ທ່ານ​ສີ​ຈິ້ນຜິງ​ໃຫ້​ກຽດ​ຕ້ອນ​ຮັບ​ຜູ້​ວ່າ​ການ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ມາ​ກາວ

(GMT+08:00) 2013-03-18 17:40:47     cri

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ເຊົ້າວັນ​ທີ18​ມີນາ​ນີ້,ຢູ່​ສຳນັກຈົ່ງ​ໜານ​ໄຫ,ທ່ານ​ສີ​ຈິ້ນຜິງ, ປະທານ​ປະ​ເທດ​ຈີນ​ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​​ທ່ານ​ຫຼຽງ​ເຈີ້ນ​ອີ່ງ,​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ທ່ານ​ຊຸ່ຍ​ສື້​ອ່ານ,​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ທີ່​ມາ​ເຂົ້າ​ຮ່ວມ​ພິ​ທີ​ອັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12​ຢູ່​ທີ່​ປັກ​ກິ່ງ.


ທ່ານສີຈິ້ນຜິງຈັບມືທ່ານຫຼຽງເຈີ້ນອີ່ງ

ທ່ານ​ສີ​ຈິ້ນຜິ​ງກ່າວ​ວ່າ,​ແນວ​ຄິດ​ການ​ບໍລິຫານ​ທີ່​ທ່ານຫຼຽງ​ເຈີ້ນ​ອີ່ງສະ​ເໜີ​ອອກ​ມາ ຄື: "ສະ​ແຫວ​ງຫາ​ການ​ປ່ຽນ​ແປງ​ໃນ​ຂະ​ນະ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ"​ນັ້ນ​,ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ ພ້ອມ​ຈາກ​ປະ​ຊາ​ຊົນ​ຮົງ​ກົງ.​ຫວັງ​ວ່າ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ຮົງ​ກົງ​ເປັນ​ສາ​ມັກ​ຄີ​ກັນ, ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ສະ​ໜັບ​ສະ​ໜູນ​ການ​ບໍ​ລິ​ຫານ​ຕາມ​ກົດ​ໝາຍ​ຂອງ​ຜູ້​ວ່າ​ການ​ແລະ​ອົງການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ,​ຮ່ວມ​ກັນ​ປະ​ດິດສ້າງ​ອະນາຄົດ​ອັນ​ດີງາມ​ກວ່າ​ເກົ່າ​ຂອງ​ຮົງ​ກົງ.


ທ່ານສີຈິ້ນຜິງຈັບມືທ່ານຊຸ່ຍສື້ອ່ານ

ທ່ານ​ສີຈິ້ນຜິງຊີ້​ອອກ​ວ່າ,ປະຈຸ​ບັນ​ນີ້,ມາ​ກາວ​ພວມ​ຢູ່​ໃນ​ໄລຍະ​ປະ​ຫວັດ​ສາດ​ທີ່​ຂະ​ຫຍາຍ​ຕົວ​ໄປ​ໃນ​ທາງ​ທີ່​ດີ.​ແຕ່​ຍັງປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈຳນວນ​ໜຶ່ງ​ໃນ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ.​ຫວັງ​ວ່າ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ແລະ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ເພີ່ມ​ທະ​ວີ​ຄວາມ​ມີ​ສະ​ຕິ​ລະ​ວັງ​ຕົວ ເປັນ​ຫ່ວງ​ເປັນ​ໃຍ​ຕໍ່​ຄວາມ​ສ່ຽງ​ໃນ​ອະ​ນາ​ຄົດ,​ນຳ​ໃຊ້​ໂອ​ກາດ​ແລະ​ເງື່ອນ​ໄຂ​ທີ່​ດີ,​ຄົ້ນ​ຄວ້າ​ວິທີ​ແກ້​ໄຂ​ບັນ​ຫາ​ທີ່​ກີດ​ຂວາງ​ການ​ພັດ​ທະ​ນາ,​ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ມາ​ກາວ.

ທ່ານ​ຈ່າງ​ເຕີ​ຈ່ຽງ,ທ່ານຫຼີຢວນຊາວ​ແລະ​ທ່ານ​ຢາງ​ເຈ​ຊື​ໄດ້​ເຂົ້າຮ່ວມ​ການ​ພົບ​ປະ​ເຊັ່ນ​ດຽວ​ກັນ.