ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ ຍີ່ປຸ່ນ​ເສກ​ສັນ​ປັ້ນ​ແຕ່ງ​ແລະ​ໂຄ​ສະ​ນາ​ອັນ​ທີ່​ວ່າ "ກຳ​ປັ່ນ​ຮົບ​ຈີນ​ໃຊ້​ຣາ​ດາ​ຄວບ​ຄຸມ​ກຳ​ລັງ​ໄຟ​ເລັງ​ໃສ່​ກຳ​ປັ່ນ​ແລະ​ຍົນ​ຂອງ​ຍີ່​ປຸ່ນ"​ແມ່ນ​ມີ​​ເຈດ​ຕະ​ນາ​ໃນ​ທາງ​ອື່ນ

(GMT+08:00) 2013-03-18 20:00:29     cri
ໂດຍ​ແນ​ໃສ່​ບັນຫາ​ທີ່ຂ່າວສານ​ກຽວ​ໂຕ​ຂອງ​ຍີ່ປຸ່ນທີ່ເສກ​ສັນ​ປັ້ນ​ແຕ່ງ​ແລະ​ໂຄສະນາ​ອັນ​ທີ່​ວ່າ "ກຳ​ປັ່ນ​ຮົບ​ຈີນ​ໃຊ້​ຣາ​ດາ​ຄວບ​ຄຸມ​ກຳ​ລັງ​ໄຟ​ເລັງ​ໃສ່​ກຳ​ປັ່ນ​ແລະ​ຍົນ​ຂອງ​ຍີ່​ປຸ່ນ",ວັນ​ທີ 18​ມີນາ​ນີ້,ກົມ​ວຽກ​ງານ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ,ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ອະ​ທິ​ບາຍ​ຫຼັກ​ໝັ້ນ​ຢ່າ​ງ​ເຄັ່ງຂຶມ​ຫຼາຍ​ເທື່ອ​ກ່ຽວ​ກັບ​ເລື່ອງ​ນີ້.​ຄວາມ​ເປັນຈິງ​ຈະ​ແຈ້ງ​ທີ່​ສຸດ,​ຝ່າຍ​ຍີ່​ປຸ່ນ​ໄດ້​ເສກ​ສັນ​ປັ້ນ​ແຕ່ງ​ອັນ​ທີ່​ວ່າ "ກຳ​ປັ່ນ​ຮົບ​ຈີນ​ໃຊ້​ຣາ​ດາ​ຄວບ​ຄຸມ​ກຳ​ລັງ​ໄຟ​ເລັງ​ໃສ່​ກຳ​ປັ່ນ​ແລະ​ຍົນ​ຂອງ​ຍີ່​ປຸ່ນ",​ນີ້​ແມ່ນ​ຖືກ​ຕ້ອງ​ກັບ​ຄວາມ​ເປັນ​ຈິງ​ເລີຍ.​ຍີ່​ປຸ່ນ​ໂຄ​ສະ​ນາ​ເຜີຍ​ແຜ່​ເລື່ອງ​ນີ້​ເລື່ອຍໆ,​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ກອງ​ທັບ​ຈີນ,​ແມ່ນ​ມີ​ເຈດ​ຕະ​ນາ​ໃນ​ທາງ​ອື່ນ,​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ເຂົ້າ​ໃຈ​ຜິດ​ຕໍ່​ຈີນ​ແລະ​ກອງ​ທັບ​​ຈີນ.