ທ່ານ​ລີ​ເຄີ້ສຽງ​ເປັນ​ປະທານ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ຄະນະ​ລັດຖະບານ

(GMT+08:00) 2013-03-19 11:06:31     cri
ຂ່າວສານ​ຊິນ​ຮວາລາຍ​ງານ​ວ່າ: ວັນ​ທີ 18 ມີນາ​ນີ້, ທ່ານ​ລີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເປັນ​ປະທານ ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ລັດ​ຖະບານ​ ​ຊຸດ​ໃໝ່,​ເພື່ອ​ຄົ້ນ​ຄວ້າ​ ​ເລັ່ງ​ລັດ​ດຳ​ເນີນການ​ປະຕິ​ຮູບ​ອົງການ​ລັດຖະບານ, ​ເຊິ່ງຈຸດ​ສຸມ​ແມ່ນ​ເລັ່ງ​ລັດ​ປະ​ຕິ​ບັດ​ໜ້າ​ທີ່​ທຸກ​ດ້ານ​ໃນ​ການ​ຫັນປ່ຽນ​ພາລະ​ບົດບາດ​ຂອງ​ລັດຖະບານ​ໃຫ້ລົງ​ສູ່​ຕົວ​ຈິງ.

ຕາມ "ແຜນການ​ປະຕິ​ຮູບ​ແລະ​ຫັນປ່ຽນ​ພາລະ​ບົດບາດ​ຂອງ​ລັດຖະບານ" ທີ່​ໄດ້​ຮັບ​ການ​ອະນຸມັດ​ຈາກ​ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ12, ທີ່​ປະຊຸມ​ໄດ້​ປຶກ​ສາ​ຫາລື​ແລະຮັບຮອງ​ແຜນການ​ຈັດ​ຕັ້ງ​ອົງການ​ແລະ​ໜ່ວຍງານ​ທີ່​ຂຶ້ນ​ກັບລັດຖະບານ​ໂດຍ​ກົງ, ອະນຸມັດ​ໃຫ້​ ​ສ້າງ​ຕັ້ງກົມ​ໃຫຍ່​ຕິດຕາມ​ຄຸ້ມ​ຄອງ​ອາຫານ​ແລະ​ຢາ​ແຫ່ງ​ຊາດ,ກົມ​ໃຫຍ່​ໜັງສືພິມ​ແລະ​ການ​ພິມ​ຈຳໜ່າຍ,ວິທະຍຸ,ຮູບ​ເງົາ​ແລະ​ໂທລະພາບ​ແຫ່ງ​ຊາດ,ກົມ​ທາງ​ລົດ​ໄຟ​ແຫ່ງ​ຊາດ, ​ປັບປຸງ​ແລະສ້າງ​ຕັ້ງ​ກົມ​ທະ​ເລ​ແຫ່ງ​ຊາດ​ແລະ​ກົມ​ພະລັງງານ​ແຫ່ງ​ຊາດ​ຄືນ​​ໃໝ່.

ທີ່​ປະຊຸມ​ຍັງ​ໄດ້​ປຶກສາ​ຫາລື​ແລະ ​ຮັບຮອງ​ຂໍ້​ກຳນົດ3​ຂໍ້​ຄື​ໜ້າ​ທີ່​ຮັບຜິດຊອບຕົ້ນຕໍ,ອົງການ​ຈັດ​ຕັ້ງ ​ແລະ​ລະບົບ​ບຸກຄະລາ​ກອນ​ຂອງ​ກົມ​ຕິດ​ຕາມ​ຄຸ້ມ​ຄອງ​ອາຫານ​ແລະ​ຢາ​ແຫ່ງ​ຊາດ​ແລະ​ກົມ​ທາງ​ລົດ​ໄຟ​ແຫ່ງ​ຊາດ.