ກຳ​ປັ່ນ​ຕິດຕາມ​ທາງ​ທະ​ເລ​ຂອງ​ຈີນ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຢູ່​ນ່ານ​ນ້ຳ​ທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ​ໃນ​ວັນ​ທີ​18​ມີ​ນາ​ນີ້

(GMT+08:00) 2013-03-19 16:13:47     cri
ຕາມ​ຂ່າວ​ຈາກ​ເວັບ​ໄຊ​ຂອງ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ,ວັນ​ທີ18​ມີນາ​ນີ້,ກອງ​ກຳ​ປັ່ນ​ຕິດຕາມ​ທາງ​ທະ​ເລ​ເລກ​137,​ເລກ​15​ແລະ​ເລກ​8002​ດຳ​ເນີນ​ການ​ລາດ​ຕະ​ເວນ​ຢູ່​ນ່ານ​ນ້ຳ​ທະ​ເລ​ເກາ​ະຕ້ຽວ ອີ​ຂອງ​ຈີນ.​ໃນ​ໂອ​ກາດ​ນີ້,​ກອງ​ກຳ​ປັ່ນ​ຕິດ​ຕາມ​ທາງ​ທະ​ເລ​ຂອງ​ຈີນ​ໄດ້​ສະ​ແດງ​ຈຸດ​ຢືນ​ຢ່າງ​ເຄັ່ງ​ຂຶມ​ແຈ້ງ​ໃຫ້​ກຳ​ປັ່ນ​ຂອງ​ຍີ່​ປຸ່ນ​ຊາບ​ວ່າ:​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆ​ຢູ່​ບໍ​ລິ​ເວນ​ອ້ອມ​ຂ້າງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາຕັ້ງ​ແຕ່​ບູ​ຮານ​ນະ​ການ,​ແລະ​ຮຽກ​ຮ້ອງ​ໃຫ້​ກຳ​ປັ່ນ​ຂອງ​ຍີ່ປຸ່ນ​ເດີນ​ອອກ​ຈາກ​ນ່ານ​ນ້ຳ​ທະ​ເລ​ຂອງ​ຈີນ​ໃນ​ທັນ​ທີ.