ຈົດໝາຍ​ຊົ​ມ​ເຊີຍ

(GMT+08:00) 2013-03-22 18:07:04     cri

ຈົດໝາຍ​ຊົ​ມ​ເຊີຍ


ຮຽນ: ສະຫາຍ​ຈ່າງ​ເຕີ​ຈ່ຽງ ປະ​ທານຄະນະ​ປະຈຳ​ສະພາ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ທີ່​ນັບຖື


ສະຫາຍປະທານ, ​
    ​ເນື່ອງ​ໃນ​ໂອກາດ​ທີ່​ສະຫາຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ຊຸດ​ທີ 12 ​ໃນ​ວັນ​ທີ 14 ມີນາ​ຜ່ານ​ມາ​ນີ້, ​ໃນ​ນາມ, ສະພາ​ແຫ່ງ​ຊາດ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ ​ແລະ​​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ສະຫາ​ຍຢ່າງ​ສຸດ​ອົກ​ສຸດ​ໃຈ. ການ​ທີ່​ສະຫາຍ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົ​ນທົ່ວ​ປະ​ເທດ​ຈີນ, ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ແລະ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຈີນ​ຕໍ່​ຄວາມ​ຮູ້​ຄວາມ​ສາມາດ​ແລະ​ປສົບ​ການ​ອັນ​ອຸດົມ​ຮັ່ງມີ​ໃນ​ຊີວິດ​ການ​ເມືອງ​ຂອງ​ສະ​ຫານ​ຕະຫຼອດ​ໄລຍະ​ຜ່ານ​ມາ.

    ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫາຍ, ສະພາ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ຈະ​ສືບ​ຕໍ່​ຍາດ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ພາລະກິດ​ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ຂອງ​ຈີນ. ທັງ​ຈະ​ເປັນ​ການ​ຊຸກຍູ້, ການ​ພົວພັນ​ຖານ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສ.ປ.ປ.ລາວ​ແລະ​ສ.ປ.ຈີນ​. ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ລາວ​ແລະ​ສະພາ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ໃຫ້​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ. ຊຶ່ງ​ຈະ​ນຳ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ມາສູ່​ປະຊາຊົນ​ສອງ​ຊາດ​ຂອງ​ພວກ​ເຮົາ.

ອີກ​ເທົ່າ​ໜຶ່ງ, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ສະຫາຍ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ, ປະສົບ​ຜົນສຳ​ເລັດ​ໃນ​ພາລະກິດ​ອັນ​ສູງ​ສົ່ງ​ແລະ​ມີ​ກຽດ​ຂອງ​ສະຫາຍ.



                                                                                                         ປານີ ຢາ​ທໍ່​ຕູ້


                                    ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ສ.ປ.ປ.ລາວ