ບໍ່​ມີແຮງ​ກົດ​ດັນ​ໃດໆ​ທີ່​ຈະ​ສາມາດ​ສ້າງ​ຄວາມ​ຫວັ່ນ​ໄຫວ​ຄອນ​ແຄນ​ຕໍ່​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ໃນ​ການ​ປົກ​ປ້ອງ​ສິດ​ອະທິປະ​ໄຕ​ທາງ​ດ້ານ​ດິນ​ແດນ​ໄດ້

(GMT+08:00) 2013-03-22 15:17:39     cri
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ​ໃນກອງປະຊຸມ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຕາມ​ປົກກະຕິ​ໃນວັນ​ທີ 21 ມີນາ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ບໍ່​ວ່າ​ແຮງ​ກົດ​ດັນຈາກ​ພາຍ​ນອກ​ໃດໆ​ກໍ່ຕາມ​ລ້ວນ​ແຕ່​ຈະ​ບໍ່​ສາມາດ​ເຮັດ​ໃຫ້​ຄວາມ​ຕັ້ງ​ໃຈ​ແລະ​ຄວາມ​ຕັດສິນ​ໃຈຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ໃນ​ການ​ປົກ​ປ້ອງ​ສິດ​ອຳນາດ​ອະ​ທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບຖ້ວນ​ຂອງ​ຊາດ​ຫວັ່ນ​ໄຫວ​ຄອນ​ແຄນໄດ້.

ມີ​ນັກ​ຂ່າວ​ຖາມ​ວ່າ, ຕາມ​ສື່​ຍີ່​ປຸ່ນລາຍ​ງານ​ວ່າ: ຍີ່​ປຸ່ນ​ແລະ​ອາ​ເມ​ລິ​ກາ​ຈະ​ສ້າງ​ແຜນການ​ສູ້​ຮົບ​ຮ່ວມ​ກ່ຽວ​ກັບ​ສະຖານະການ​ທີ່​ຢູ່​ນອກ​ຄາດ​ຫວັງ​ຂອງ​ເກາະ​ຕ້ຽວ​ອີ. ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້.

ທ່ານ​ຫົງ​ເຫຼີຍກ່າວ​ວ່າ: ຈີນ​ຕິດຕາມ​ຢ່າງ​ໃກ້ຊິດ​ຕໍ່​ການ​ລາຍ​ງານຂ່າວ​ທີ່​ກ່ຽວຂ້ອງ. ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນ​ ​ຕັ້ງ​ແຕ່​ບູຮານ​ນະ​ການ, ລັດຖະບານ​ຈີນ​ມີ​ຄວາມ​​ໝັ້ນ​ໃຈ​ແລະ​ກໍ່​ມີ​ຄວາມ​ສາມາດ​ໃນ​ການ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແຫ່ງ​ຊາດ.