ຫຼັກສູ​ດການ​ຮຽນ​ການ​ສອນຂອງ​ຍີ່ປຸ່ນສ່ວນ​ຫຼາຍ​ໄດ້ຂຽນ​ວ່າ ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຍີ່ປຸ່ນ

(GMT+08:00) 2013-03-27 10:46:12     cri
ວັນ​ທີ26ມີນາ​ນີ້, ກະຊວງ​ສຶກສາ​ທິການ​ຂອງຍີ່ປຸ່ນປະກາດ​ຜົນ​ການ​ສຳ​ຫຼວດ​ຫຼັກສູ​ດການ​ຮຽນ​ການ​ສອນ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນຫຼັກສູ​ດ ​ການ​ສອນສ່ວນ​ຫຼາຍໄດ້ມີ​ບົດ​ຂຽນ​ວ່າ ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຍີ່ປຸ່ນ, ​ໂດຍ​ແນ​ໃສ່​ເລື່ອງ​ນີ້,ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ວ່າ, ຈີນ​ມີຫຼັກ​ໝັ້ນຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນບັນຫາ​ທີ່​ກ່ຽວຂ້ອງ​. ​ເກາະ​ຕ້ຽວ​ອີ​ແມ່ນ​ດິນ​ແດນ​ຂອງ​ຈີນມາ​ແຕ່​ປະຫວັດສາດ, ຈີນ​ມີ​ອະທິປະ​ໄຕ​ເໜືອ​ເກາະ​ຕ້ຽວ​ອີ​​ທີ່​ບໍ່​ສາມາດ​ຖົກ​ຖຽງ​ກັນ​ໄດ້. ພວກ​ຂ້າພະ​ເຈົ້າ​ຫວັງ​ໃຫ້​ຍີ່ປຸ່ນປະ​ເຊີນໜ້າ​ກັບ​ປະຫວັດສາດ​ແລະ​ຄວາ​ມຈິງຢ່າງ​ຖືກຕ້ອງ, ດັດ​ແກ້​ຄວາມ​ຜິ​ດພາດ​ຂອງ​ຕົນ, ທຳ​ຄວາມ​ພະຍາຍາມ​ທີ່​ຕິດ​ແທດ​ຕົວ​ຈິງເພື່ອ​ປັບປຸງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.