ບໍລິສັດ​ຫຼັກຊັບຮ່ວມ​ທຶນ​ຈີນ​ລາວ​ແຫ່ງ​ທຳ​ອິດ​ສ້າງ​ຕັ້ງ​ຂຶ້ນ

(GMT+08:00) 2013-03-28 15:15:21     cri
ຕາມ​ຂ່າວສານ​ຊິນ​ຮວາ:ການ​ເຊັນ​ສັນຍາ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຫຼັກ​ຊັບ​ຮ່ວມ​ທຶນ​ຈີນລາວ​ແຫ່ງ​ທຳ​ອິດ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ​27​ມີ​ນາ​ນີ້.​ບໍ​ລິ​ສັດ​ນີ້​ແມ່ນ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຫຼັກ​ຊັບ​ປາ​ຊິ​ຟິກ​ຈີນ​ຈຳ ກັດ,​ທະ​ນາ​ຄານ​ສົ່ງ​ເສີມ​ກະ​ສິ​ກຳ​ລາວ​ແລະ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ​ລາວ​ຈຳ​ກັດ​ເປັນ​ຜູ້​ລົງ​ທຶນ​ຮ່ວມ​ກັນ,​ສ່ວນ​ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ບໍ​ລິ​ສັດ​ແມ່ນ​ມາ​ຈາກ​ບໍ​ລິ​ສັດ​ຫຼັກ​ຊັບ​ປາ​ຊິ​ຟິກ​ຈີນ​ຈຳ​ກັດ,​ຮັບ​ຜິດ​ຊອບ​ການ​ດຳ​ເນີນ​ງານ​ຂອງ​ບໍ​ລິ​ສັດ.

ທ່ານ​ສົມ​ພາວ ​ໄພສິດ,ຜູ້​ວ່າການ​ທະນາຄານ​ກາງ​​ແຫ່ງ​ສປປລາວ​ແລະ​ທ່ານ​ຈ້າວ​ເຫວີນ​ຢູ,​ທີ່​ປຶກ​ສາ​ທູດ​ດ້ານ​ເສດ​ຖະ​ກິດ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ເຊັນ​ສັນ​ຍາ.