ຈີນ​ລາວ​ມຽນມາ​ແລະ​ໄທ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​ຢູ່​ເຂດ​ລ້ອງ​ແມ່ນ້ຳຂອງ

(GMT+08:00) 2013-03-29 11:57:58     cri
ຕາມ​ຂ່າວສານ​ຊິນ​ຮວາ:​ເພື່ອ​​ແກ້​ໄຂ​ບັນຫາການ​ກໍ່​ອາ​ຊະ​ຍາ​ກຳທີ່​ຕິດ​ພັນ​ກັບ​ຢາ​ເສບ​ຕິດ ​ທີ່​ເປັນ​ບັນ​ຫາ​ອັນ​ໜັກ​ໜ່ວງ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງ,​ ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສີ່​ປະ​ເທດ​ຈີນ,​ລາວ,​ມຽນ​ມາ​ແລະ​ໄທ​ປຶກ​ສາ​ຫາ​ລື​ກັນ​ຕົກ​ລົງ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​ "ທາງ​ເດີນ​ເຮືອ​ທີ່​ສະ​ຫວັດ​ດີ​ພາບ" ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ຂອງ​ແຕ່​ວັນ​ທີ​20​ເມ​ສາ​ຫາ​ວັນ​ທີ​20​ມິ​ຖຸ​ນາ​ປີ​ນີ້.

​ໃນພິທີ​ເລີ່​ມດຳ​ເນີນການ​ເຄື່ອນ​ໄຫວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​​ໄດ້​ແຈ້ງວ່າ, ໜ້າ​ທີ່​ຕົ້ນຕໍ​ແລະ​ຈຸດສຳຄັນແຫ່ງ​ການ​ໂຈມ​ຕີ​ຂອງ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນ:​ຮ່ວມ​ກັນ​ມ້າງ​ຄະ​ດີ​ຂ້າມ​ຊາດ​ຂ້າມ​ພາກ​ພື້ນ​ທີ່​ກ່ຽວ​ພັນ​ເຖິງ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ທີ່​ມີ​ຜົນ​ກະ​ທົບ​ອັນ​ຮ້າຍ​ແຮງ​ຈຳ​ນວນ​ໜຶ່ງ,​ສະ​ກັດ​ກັ້ນ​ແຫຼ່ງ​ຜະ​ລິດ​ຢາ​ເສບ​ຕິດ​ຂອງ​"ເຂດ​ສາມ​ຫຼ່ຽມ​ຄຳ"​ຕື່ມ​ອີກ;​ສ້າງ​ຈຸດ​ເວນ​ຍາມ​ກວດ​ກາ​ຢາ​ເສບ​ຕິດ​ໃຫ້​ສົມ​ບູນ​ຂຶ້ນ,​ດຳ​ເນີນ​ການ​ກວດ​ກາ​ຢາ​ເສບ​ຕິດ​ຮ່ວມ​ກັນ,​ທຳ​ລາຍ​ຕາ​ໜ່າງ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຢູ່​"ເຂດ​ສາມ​ຫຼ່ຽມ​ຄຳ";​ຮ່ວມ​ກັນ​ຊອກ​ຫາ​ນຳ​ຈັບ​ຜູ້​ກະ​ທຳ​ຜິດ​ໃນ​ຄະ​ດີ​ຢາ​ເສບ​ຕິດ​ທີ່​ລີ້​ຕົວ​ຢູ່ເຂດ​ນີ້;​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສີ່​ປະ​ເທດ,​ຍົກ​ຄວາມ​ສາ​ມາດ​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ໃນ​ການ ຕ້ານ​ຢາ​ເສບ​ຕິດ​ຂອງ​ເຂດ​ນີ້​ໃຫ້​ສູງ​ຂຶ້ນ.

ຜູ້​ແທນ​ຂອງສີ່ປະ​ເທດ​ຈີນ,ລາວ,ມຽນມາ​ແລະ​ໄທ​ທີ່​ເຂົ້າຮ່ວມ​ພິທີ​ເປັນ​ເອກະສັນ​ກັນເຫັນ​ວ່າ,​ປະ​ຈຸ​ບັນ​ນີ້,​ສະ​ພາບ​ຄວາມ​ສະ​ຫງົບ​ຂອງ​ເຂດ​ລ້ອງ​ແມ່​ນ້ຳ​ຂອງ​ກຳ​ລັງ​ຄ່ອຍໆ​ດີ​ຂຶ້ນ,​ລູກ​ເຮືອ​ແລະ​ປະ​ຊາ​ຊົນ​ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ຮູ້​ສຶກ​ປອດ​ໄພ​ຫຼາຍ​ກວ່າ​ເກົ່າ.​ຕໍ່​​ໄປ,​ສີ່​ປະ​ເທດ​ຈະ​ຮ່ວມ​ກັນ​ເດັດ​ດ່ຽວ​ຕໍ່​ຕ້ານ​ການ​ໃຊ້​ເຮືອ​ຂົນ​ສົ່ງ​ສາ​ກົນ​ດຳ​ເນີນ​ການ​ຄ້າ​ຢາ​ເສບ​ຕິດ​ແລະ​ການ​ກະ​ທຳ​ຜິດ​ທີ່​ກໍ່​ອາ​ຊະ​ຍາ​ກຳ​ອື່ນໆ​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ຂອງ,​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແລະ​ຄວາມ​ເປັນ​ລະບຽບ​ຂອງ​ເຂດ​ລ້ອງ​ແມ່​ນ້ຳ​ຂອງ,​ເຮັດ​ໃຫ້​ແມ່​ນ້ຳ​ຂອງ​ບໍ່​ພຽງ​ແຕ່​ເປັນ​ "ທາງ​ເດີນ​ເຮືອ​ຄຳ​" ເທົ່າ​ນັ້ນ,​ແຕ່ຍັງ​ເປັນ "​ທາງ​ເດີນ​ເຮືອ​ທີ່ສະຫວັດດີ​ພາບ" ອີກ​ດ້ວຍ.