ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ ປີ​ສາ​ກົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ນ້ຳ

(GMT+08:00) 2013-03-29 13:38:55     cri
ຕອນ​ເຊົ້າ​ວັນ​ທີ 29 ມີນາ​ນີ້, ​ໄດ້​ມີ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ກ່ຽວກັບ ປີ​ສາ​ກົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ນ້ຳປ​ະ​ຈໍາ​ປີ 2013,​ທີ່ ພາກ​ວິຊາ​ຊັບ​ພະ​ຍາ​ກອນ​ນໍ້າ,​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ວິ​ທະ​ຍາ​ເຂດ​ຕາດ​ທອງ,​ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ຂອງ ​ທ່ານ ຈັນ​ທະ​ເນດ ບົວ​ລະ​ພາ,​ຫົວ​ໜ້າ​ກົມ​ຊັບ​ພະ​ຍາ​ກອນ​ນ້ຳ ກະຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ແລະ ຮອງສາ​ສະ​ດາ​ຈານ ອ້ວນ​ມາ ທຳ​ມະ​ວົງ ຫົວ​ໜ້າ​ພາກ​ວິ​ຊາ​ວິ​ສະ​ວະ​ກຳ​ຊັບ​ພະ​ຍາ​ກອນ​ນ້ຳ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ຈາກ​ພາກ​ລັດ ​ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຂົ້າ​ຮ່ວມ 300 ກ່ວາ​ຄົນ.

ສໍາ​ມະ​ນາ​ເທື່ອນີ້​ໄດ້ປືກສາ​ຫາລື​ ຍຸດ​ທະ​ສາດ​ແລະ​ແຜນ​ດຳ​ເນີນ​ງານ​ເພື່ອ​ສະໜັບ​ສະ​ໜູນ​ການ​ສຶກ​ສາ​ດ້ານ​ການ​ຄຸ້ມ​ຄອງ​ນໍ້າ ​ໂດຍ​ສະ​ເພາະ​ພາກ​ວິຊາ​ວິ​ສະ​ວະ​ກໍາ​ຊັບ​ພະ​ຍາ​ກອນ​ນໍ້າ, ​ເຊິ່ງງານ​ສໍາ​ມະ​ນາ​ນີ້ມີ ຈຸດ​ປະ​ສົງ​ທີ່​ຍົກ​ລະ​ດັບ​ວຸດ​ທິ ​ແລະ ຄວາມ​ສາ​ມາດ​ຂອງ ພະ​ນັກ​ງານ​ໃນ​ພາກ​ວິ​ຊາ,​ຍົກ​ຄຸນ​ນະ​ພາ​ບການ​ຮຽນ​ການ​ສອນ​ໃຫ້​ສູງ​ຂຶ້ນ, ​ໄດ້​ພັດ​ທະ​ນາ ແລະ​ ປັບ​ປຸງ​ຫຼັກ​ສູດ​ການ​ຄຸ້ມ​ຄອງ​ນໍ້າ​ແລະ ອື່ນໆ.

ການຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ກ່ຽວກັບ ປີ​ສາກົນ​ແຫ່ງ​ການຮ່ວມມື​ດ້ານ​ນ້ຳ ແມ່ນໜຶ່ງ​ໃນ 9 ກິດ​ຈະ​ກໍາ​ຫລັກ ສຳ​ລັບ​ການ​ສະ​ເຫລີມ​ສະ​ຫລອງ​ວັນນ້ຳ​ໂລກ​ໃນ​ປີ​ນີ້, ​ເຊິ່ງ​ໃນ​ງານ​ໄດ້​ມີ​ການ​ວາງ​ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ທຳ​ມະ​ຊາດ ​ແລະ ການ​ໂຕ້​ວາ​ທີ ຖາມ-​ຕອບ ກ່ຽວກັບ ນ້ຳ,​ດິນ​ແລະ ປ່າ​ໄມ້,​ໂດຍ​ແມ່ນ​ນັກ​ສຶກສາ​ຈາກ​ວິ​ຊາ​ວິ​ສະ​ວະ​ກຳ​ຊັບ​ພະ​ຍາ​ກອນ​ນໍ້າ,​ວິ​ທະ​ຍາ​ສາດ​ແລະ ສິ່ງ​ແວດ​ລ້ອມ ​ແລະ ຄະ​ນະ​ປ່າ​ໄມ້;​ນອກ​ຈາກ​ການ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ແລ້ວ ຍັງ​ມີ​ການ​ແຂ່ງ​ຂັນ​ຮູບ​ແຕ້ມ​ກ່ຽວ​ກັບ​ນ້ຳ,​ສ້າງ​ບົດ​ເພັງ​ກ່ຽວກັບ​ຊັບ​ພະ​ຍາ​ກອນ​ນ້ຳ,​ຕິດ​ປ້າຍ​ຄຳ​ຂວັນ​ຕາມ​ຖະ​ໜົນ​ຫລັກ​ໃນ​ນະ​ຄອນ​ຫລວງ​ວຽງ​ຈັນ​ແລະ​ອື່ນໆອີກ.