ນະ​ຄອນ​ຫຼວງ​ວຽງ​ຈັນ​ຈັດ​ງານ​ຄອນ​ເສີດ​ກຸ​ສົນ ເພື່ອ​ຊ່ວຍ​ເຫຼືອ​ບຸກ​ຄົນ​ໂອ​ທິສ​ຕິກ

(GMT+08:00) 2013-03-30 15:40:45     cri


(ງານຄອນເສີດການກຸສົນເພື່ອສົມທົບທຶນຊ່ວຍເຫລືອບຸກຄົນໂອທິສຕິກ)


ຕາມ​ຂ່າວ CRI: ຕອນຄໍ່າວັນທີ 29 ມີນານີ້, ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ​ລາວ​ຮ່ວມ​ກັບ ສະມາຄົມນັກຂ່າວ ແລະ ສະມາຄົມຫັດຖະກຳລາວ ໄດ້​ຈັດ​ງານ​ຄອນ​ເສີດ​ການ​ກຸ​ສົນ ເພື່ອ​ສົມ​ທົບ​ທຶນ​ຊ່ວຍເຫຼືອ​ບຸກ​ຄົນ​ໂອ​ທິສ​ຕິກ​ທີ່​ຫໍ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ ນະ​ຄອນ​ຫຼວງວຽງ​ຈັນ.

ກ່ອນ​ການ​ສະ​ແດງ, ທ່ານ​ ນາງ ​ວຽງ​ຊຳ ສໍ​ອິນ​ໄຊ, ປະ​ທານ​ສະ​ມາ​ຄົມ​ເພື່ອ​ຄົນ​ໂອ​ທິສຕິກ​​ໄດ້​ແນະນຳ​ຄວາມ​ເປັນ​ມາ​ຂອງ​ສະ​ມາ​ຄົມ​ແລະ​ຈຸດ​ປະ​ສົງ​ຂອງ​ງານ​ນີ້, ທ່ານກ່າວ​ວ່າ, ​ເພື່ອຫາ​ຊ່ອງ​ທາງ​ຊ່ວຍ​ເຫຼື​ອລູກ​ໂອ​ທິສຕິກ​ຂອງ​ຕົນ, ປີ 2005, ຜູ້​ປົກຄອງ​ຂອງ​ເດັກ​ໂອ​ທິສ​ຕິກ​ຈຳນວນ​ໜຶ່ງ​ໄດ້​ລິ​ເລີ່​ມຮວມຕົວ​ກັນ,​ກາຍ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ສ້າງ​ສູນ ເພື່ອ​ຄົນ​ໂອ​ທິສ​ຕິກ​ວຽງ​ຈັນ. ໃນໄລຍະ 7 ປີ​ຜ່ານ​ມາ, ວຽກ​ງານ​ຊ່ວຍ​ເຫຼື​ອ​ຄົນ​ໂອ​ທິສຕິກ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ໄວວາ, ​ແຕ່​ກໍ່​ຍັງ​ຂາດທຶນ​ຮອນ​ຢ່າງ​ຫຼວງ​ຫຼາຍ, ສະນັ້ນ, ຈຶ່ງ​ໄດ້​ຈັດ​ງານ​ຄອນ​ເສີດ​ກຸສົນ​ນີ້​ຂື້ນ​ມາ, ເພື່ອເປີດ​ໂອ​ກາດ ໃຫ້​ບໍ​ລິ​ສັດ, ຫ້າງ​ຮ້ານ​ແລະ​ທຸກ​ພາກ​ສ່ວນ ໃນສັງຄົມລາວ ໄດ້ມີ​ສ່ວນ​ຮ່ວມ​ໃນ​ການ​ບໍ​ລິ​ຈາກ ໂດຍ​ການ​ສົມ​ທົບ​ທຶນ​ຮອນ​ເພື່ອ​ຊ່ວຍ ໃຫ້​ສະ​ມາ​ຄົມ​​ມີ​ແຫຼ່ງ​ທຶນ​ພຽງ​ພໍ​ເຂົ້າ​ໃສ່ກອງທຶນສົ່ງເສີມ ການ​ສຶກ​ສາ, ພ້ອມ​ທັງ​ເປີດ​ໂອ​ກາດ ໃຫ້​ພວກ​ເຮົາ ບັນ​ລຸ​ເປົ້າ​ໝາຍ​ການ​ຂະ​ຫຍາຍ ຂອດ​ບໍ​ລິ​ການ​ນີ້​ຢ່າງ​ທົ່ວ​ເຖິງ.

ງານ​ຄອນ​ເສີດ​ດັ່ງ​ກ່າວ​ໄດ້ເລີ່ມ​ຕົ້ນ​ດ້ວຍ​ການ​ສະ​ແດງ​ບົດ​ຟ້ອນ​ປະ​ກອບ​ສຽງ​ແຄນ ເດັກ​ນ້ອຍ​ຈາກ​ສະ​ໂມ​ສອນ​ດ່ານ​ຊ້າງ, ຕາມ​ມາ​ດ້ວຍ​ການ​ສະ​ແດງບົດ​ເພງ ແລະ ການ​ສະ​ແດງ​ເຕັ້ນ​ປະ​ກອບ​ເພງ​ຂອງ​ເດັກ​ໂອ​ທິສ​ຕິກ. ນອກນັ້ນ, ຍັງມີ​ການ​ສະ​ແດງ​ປະ​ກອບ ສຽງ​ເພງ in your arms ຂອງທ່ານ ນາງ ອາລຸນາ ຖາ​ວອນ​ສຸກ, ສິນ​ລະ​ປິນ​ທີ່​ມີ​ຊື່​ສຽງ​ຕ່າງ​ໆ, ເຊິ່ງ​ກໍ​ໄດ້​ຮັບ​ສຽງ​ຕົບ​ມື ແລະ ສຽງ​ເຊຍ​ຈາກ​ຜູ້​ເຂົ້າ​ຮ່ວມ​ຢ່າງ​ຟົດ​ຟື້ນ.

1 2 3 4