ກອງ​ກຳປັ່ນ​ຂອງ​ໜ່ວຍ​ກວດ​ການ​ທາງ​ທະ​ເລ​ຂອງ​ຈີນ​ລາດ​ຕະ​ເວນ​ຢູ່​ນ່ານ​ນ້ຳ​ທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ

(GMT+08:00) 2013-04-01 19:43:10     cri
ຕາມ​ຂ່າວ​ຈາກ​ເວັບ​ໄຊ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ,ວັນ​ທີ1​ເມສາ​​ນີ້,ກອງ​ກຳປັ່ນຂອງ​ໜ່ວຍ​ກວດກາ​ນທາງ​ທະ​ເລຂອງ​ຈີນ​ທີ່​ປະ​ກອບ​ດ້ວຍ​ກຳ​ປັ່ນ​ໝາຍ​ເລກ 50, ​ເລກ 26,​ແລະ​ເລກ 66 ​ໄດ້​ໄປ​ການ​ລາດ​ຕະ​ເວນ​ຢູ່​ນ່ານ​ທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ.​ໃນ​ໄລ​ຍະ​ລາດ​ຕະ​ເວນ,​ກອງ​ກຳ​ປັ່ນ​ຈີນ​ໄດ້​ແຈ້ງ​ໃຫ້​ຝ່າຍ​ຍີ່​ປຸ່ນ​ຊາບ​ດ້ວຍ​ທ່າ​ທີ​ອັນ​ເຄັ່ງ​ຂຶມ​ວ່າ "​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆ​ທີ່​ຢູ່​ບໍ​ລິ​ເວນ​ອ້ອມ​ຂ້າງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ",​ແລະ​ຮຽກ​ຮ້ອງ​ໃຫ້​ກຳ​ປັ່ນ​ຂອງ​ຍີ່​ປຸ່ນ​ເດີນ​ອອກ​ຈາກ​ນ່ານ​ທະ​ເລ​ຂອງ​ຈີນ​ໃນ​ທັນ​ທີ.