ຕຳຫຼວດ​ຈາລະ​ຈອນນະ​ຄອນ​ຫຼວງ​, ກຽມພ້ອມກ້ອນກຳລັງ​​ໃສ່​ບຸນປີ​ໃໝ່​ລາວ ພສ2556

(GMT+08:00) 2013-04-03 18:10:26     cri


ວັນ​ທີ 3 ​ເມສາ​ນີ້, ທີ່​ນະຄອນ​ຫຼວງວຽງຈັນ ທ່ານ ພັນ​ໂທ ພົມມະຈັນ ສວນ​ບຸນ​ມາ ຮອງ​ຫ້ອງ​ຕຳຫຼວດ ​ແລະ ຫົວໜ້າ​ພະ​ແນ​ກຕຳຫຼວດ​ຈາລະ​ຈອນ​ນະຄອນຫຼວງ​ວຽງ​ຈັນ​​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ກ່ຽວ​ກັບ​ການ​ກຽ​ມຄວາມ​ພ້ອມ​ຂອງ​ກ້ອນ​ກຳລັງ​ຈາ​ລະ​ຈອນທົ່ວ​ນະຄອນຫຼວງ​ວຽງ​ຈັນ ໃນການສະ​ເຫຼີ​ມສະຫຼອງ​ປີ​ໃໝ່​ລາວ ພສ 2556 ​ທີ່ຈະມາເຖິງນີ້.

ທ່ານ​ກ່າວ​ວ່າ: ເພື່ອຮັບ​ປະກັນ​ຄວາມສະຫງົບ, ປອດໄພ, ຄວາມ​ເປັນລະ​ບຽບຮຽບຮ້ອຍ ແລະ ມີບັນ​ຍາກາດ​ເບີກບານ​ມ່ວນຊື່ນ, ກຳລັງ​ຕຳຫຼວດ​ຈາລະ​ຈອນຂອງ​ນະຄອນ​ຫຼວງໄດ້​ວາງແຜນ​ການຈັດ​ວາງກ້​ອນກຳລັງ​ໃສ່ຕາມ​ພື້ນທີ່ຕ່າງໆ. ນອກ​ນັ້ນ, ເລີ່ມແຕ່ວັນທີ 3 ເມສານີ້, ຍັງຈະ​ໄດ້ລົງ​ໂຄສະ​ນາ, ຢາຍ​ແຜ່ນພັບ​​ເພື່ອໃຫ້​ປະຊາຊົນມີ​ສະຕິ​ໃນ​ການ​ໃຊ້​ຍານພາ​ຫະນະຕາມ​ເສັ້ນທາງ​ຕ່າງໆ, ​ເຄົາລົບລະບຽບ​ຈາລະ​ຈອນ ​ແລະ ​ເລີ່​ມ​ແຕ່​ວັນ​ທີ 12 ​ເມສານີ້,​ ຕຳຫຼວດ​ຈາລະ​ຈອນນະ​ຄອນຫຼວງ​ຈະ​ເລີ່​ມວາງ​ກ້ອນ​ກຳລັງ​ໃສ່​ຈຸດ​ທີ່​ຮັບຜິດຊອບ​ຕາມ​ເສັ້ນທາງ 13 ​ເໜືອ, 13 ​ໄຕ້ ​ແລະ ​ເສັ້ນທາງ​ທ່າ​ເດື່ອ​. ນອກ​ນັ້ນ, ກຳລັງ​ເຈົ້າ​ໜ້າ​ທີ່ຈາລະ​ຈອນ​ຍັງ​ໄດ້​ຈັດ​ກຳລັງ​ຢູ່ພາກສ່ວນ​ປະຈຳ​ຢູ່​ປ້ອມ​ຍາມ, ພາກສ່ວນ​ກຳລັງ​ຈັດ​ລະບຽບຕາມ​ສາຍ​ທາງ​ຕ່າງໆເພື່ອ​ຮັບປະກັນ​ການ​ສັນ​ຈອນ​ໃຫ້​ມີ​ຄວາມ​ປອດ​ໄພ.

ທ່ານກ່າວຕື່ມວ່າ: ​​ໃນ​ປີກາຍ​ນີ້, ​ນະຄອນຫຼວງ​ວຽງ​ຈັນມີ​​ຕົວ​ເລກຂອງ​ຜູ້​ເສຍ​ຊີວິດ​ສູງ​ກວ່າ​ແຂວງ​ອື່ນໆ ​ເຊິ່ງມີອຸບັດ​ຕິ​ເຫດ​ເກີດ​ຂື້ນທັງ​ໝົດ 52 ລາຍ. ​ເສຍ​ຊີ​ວິດ 7 ລາຍ, ​ສາຍ​ເຫດ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ການ​ດື່ມ​ສິ່ງ​ມືນ​ເມົາ​ແລ້ວ​ຂັບ​ຂີ່ຍານ​ພາຫານະ, ບໍ່​ເຄົາລົບ​ລະບຽບ​ຈາລະ​ຈອນ, ສະ​ນັ້ນ, ​ປີ​ນີ້​ທາງ​ເຈົ້າ​ໜ້າ​ທີ່​ຈາ​ລະ​ຈອນ​ຈະ​ເລັ່ງກຳລັງ​ເຂົ້າ​ໃສ່​ເພື່ອ​ໃຫ້​ອຸບັດ​ຕິ​ເຫດ​ຫຼຸດ​ລົງ​ໜ້ອຍ​ກວ່າ​ປີຜ່ານມາ.