ນາງ​ ​ອາ​ເລັກ​ຊານ​ດຣາ ບຸນ​ຊ່ວຍ ຮັບແຕ່ງຕັ້ງເປັນ​ທູດ​ໄມຕີ​ຈິດ ຜູ້​ທໍາ​ອິດ​ຂອງ​ອົງການ UNDP ປະ​ຈໍາ​ລາວ

(GMT+08:00) 2013-04-10 14:19:59     cri
​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 9 ​ເມສາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ (UNDP) ​ໄດ້​ແຕ່ງ​ຕັ້ງ​ນາງ​ ​ອາ​ເລັກ​ຊານ​ດຣາ ບຸນ​ຊ່ວຍ ​ເປັນ​ທູດ​ໄມຕີ​ຈິດ ຜູ້​ທໍາ​ອິດ​ຂອງ​ອົງການ UNDP ປະ​ຈໍາ​ລາວ. ​​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​​ ທ່ານ ມິ​ງຟາ​ມ ຜູ້​ຕາງ​ໜ້າປະ​ຈໍາ​ອົງການ UNDP,  ນາງ​ ​ອາ​ເລັກ​ຊານ​ດຣາ ບຸນ​ຊ່ວຍ, ພ້ອມ​ດ້ວຍ​ບັນດາ​ແຂກ​ຜູ້​ມີ​ກຽດ ​ແລະ ບັນດາ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ​​ໃນ​ງານ​ດັ່ງກ່າວ.


​ໃນ​ງານ​ຖະ​ແຫ​ລ່ງຂ່າວ​, ຜູ້ຕາງໜ້າ​ປະ​ຈໍາ​ອົງການ UNDP ​ໄດ້​ກ່າວ​ວ່າ: ທູ​ດ​ໄມຕີ​ຈິດ​ແຫ່ງ​ຊາດ ຖື​ເປັນ​ບົດບາດ​ອັນ​ມີ​ຄວາມ​ໝາຍ ​ໃນ​ການ​ສື່ສານ ​ແລະ ສະໜັບສະໜູນ ຂໍ້ຄວາມ​ການ​ພັດທະ​ນາ​ຕ່າງໆ, ​ເນື່ອງ​ຈາກ​ເປັນ​ຄົນຂອງ​ສາທາລະນະ, ພວກ​ເຂົາສາມາດ​ນໍ​າ​ໃຊ້ ສະຖານ​ະພາບ​ຂອງ​​ເຂົາ​ເຈົ້າ​ໃນ​ການ​ເຂົ້າ​ເຖິງ​ຫລາກ​ຫລາຍ​ກຸ່ມ​ເປົ້າ​ໝາຍ.

ທູດ​ໄມ​ຕິ​ຈິດ​ແມ່ນ​ຜູ້​ທີ່​ມີ​ຄວາມ​ໂດດ​ເດັ່ນ​ຈາກ​ໂລກ​ແຫ່ງ​ສິນລະປະ, ວິທະຍາສາດ, ວັນນະ​ຄະ​ດີ, ບັນ​ເທີ​ງ, ກິລາ ຫລື​ຈາກ​ພາກ​ສ່ວນ​ອື່ນ​ໆ ​ເຊິ່ງ​ເປັນ​ຜູ້​ທີ່​ໄດ້​ສະ​ແດງ​ຄວາມ​ຕ້ອງການ​ທີ່​ຈະ​ປະກອບສ່ວນ​ເຂົ້າ​ກັບ​ຄວາມ​ມານະ​ພະຍາຍາມ​ຂອ​ງສະຫະ​ປະຊາ​ຊາດ ​ເພື່ອ​ສ້າງ​ຄວາມ​ຕະໜັກກ່ຽວ​ກັບ​ບັນດາ​ເປົ້າ​ໝາຍ, ​ເພື່ອ​ເຜີຍ​​ແຜ່​ຂໍ້ຄວາມ ​ແລະ ກິດຈະ​ກໍາ​ຕ່າງ​ໆ ​ແລະ ຂະຫຍາຍ​ການ​ເຂົ້າ​ເຖິງ​ໄປ​ສູ່​ບັນດາ​ສາທາລະນະ​ຊົນ, ທູດ​ໄມ​ຕິີຈິດ​ຂອງ UNDP ອຸທິດ​ເວລາ​ຂອງ​ພວກ​ເຂົາ ​ເຂົ້າ​ໃນ​ການ​ຊ່ວຍ​ໂນ້ມນ້າວ ຜູ້​ທີ່​ມີ​ອໍານາດ​ໃນ​ການ​ຕັດສິນ​ໃຈ, ຜູ້​ນໍາ​ທາງ​ດ້ານ​ການ​ເມືອງ ​ແລະ ຜູ້​ໃຫ້​ບໍລິິຈາ​ກທຶນ​ຕ່າງໆ​ ໃຫ້​ຍັງຄົງ​ດໍ​າລົງ​ມຸ່ງ​ໝັ້ນ​ຕໍ່​ເປົ້າ​ໝາຍ​ຂອງ UNDP.