ທູດ​ຫວຽດນາມ​ເຂົ້າ​ອວຍພອນ​ທູດ​ລາວ​ໃນ​ໂອກາດ​ປີ​ໃຫມ່​ລາວ

(GMT+08:00) 2013-04-11 14:50:53     cri
ທ່ານ​ຫວຽນ​ວັນ​ເທີ ​ເອກ​ອັກຄະ​ລັດ​ຖະທູດ​ແຫ່ງ​ສສຫວຽດນາມ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ແລະ​ພະນັກງານ​ສະຖານທູດ​ຫວຽດນາມ​ໄດ້​ເຂົ້າອວຍພອນ​ທ່ານ​ສົມ​ດີ ບຸນ​ຄຸ້ມ ​ເອກ​ອັກຄະ​ລັດຖະທູດ​ລາວ​ພ້ອມ​ພະນັກງານ​ສະຖານທູດ​ສປປລາວ​ປະຈຳ​ນະຄອນຫລວງ​ປັກ​ກິ່ງ​ສປຈີນ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ປີ​ໃຫມ່​ລາວ​ພສ 2556 ທີ່​ຈະ​ມາ​ເຖິງ.

​ໂອກາດ​ນີ້,ທ່ານ​ຫວຽນ​ວັນ​ເທີ ​ເອກ​ອັກຄະ​ລັດຖະທູດ​ສສຫວຽດນາມ​ປະຈຳ​ປັກ​ກິ່ງ​ໄດ້​ກ່າວ​ອວຍພອນ​ອັນ​ປະ​ເສີດ​ມາ​ຍັງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແລະ​ພະນັກງານ​ສະຖານທູດ​ລາວ​ທຸກ​ຖ້ວນ​ຫນ້າ​ຈົ່ງ​ມີ​ພະ​ລາ​ນາ​ໄມ​ສົມບູນ​ເຂັ້ມ​ແຂງ​ປະສົບ​ຜົນສຳລັດ​ໃນ​ຫນ້າ​ທີ່​ການ​ງາ​ນທຸກ​ປະການ,ພ້ອມ​ທັງ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ພິ​ເສດ​ຮອບດ້ານ​ລະຫວ່າງ​ຫວຽດນາມ-​ລາວ​ຈົ່ງ​ຫມັ້ນຄົງ​ຂະຫນົງ​ແກ່ນ​ຕະຫລອດ​ໄປ​ດັ່ງ​ຄຳ​ເວົ້າ​ຂອງ​ປະທານ​ໂຮ​ຈີ​ມິ​ງທີ່​ເວົ້າ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ຫວຽດນາມ​ລາວ​ວ່າ: ຮັກຫອມ​ກັນ​ຫມາຍ​ຫມັ້ນ​ຫລາຍ​ສັນພູ​ກໍ່​ປີນ​ໄຕ່,ຫລາຍ​ນ້ຳ​ໃຫຍ່​ແລະ​ໂຄກ​ຄ້ອຍ​ຂວາງ​ຂັ້ນ​ກໍ່​ດຸ່ງ​ໄປ,ສອງ​ຊາດຫວຽດ-ລາວ​ໄດ້​ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ,ຮົງ​ຮາ​ທັງ​ແມ່​ຂອງ​ບໍ່​ເລິກ​ປຸນ​ປານ​ໄດ້.

ຈາກ​ນັ້ນ​ທ່ານ​ສົມ​ດີ ບຸນ​ຄຸ້ມ ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ປັກ​ກິ່ງ​ໃນ​ນາມ​ເຈົ້າພາບ​ໄດ້​ຕາງຫນ້າ​ໃຫ້​ພະນັກງານ​ໃນ​ສະຖານທູດ​ລາວ​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ລົ້ນ​ເຫລືອ​ຕໍ່​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ພ້ອມ​ຄະນະ​ທີ່​ໄດ້​ເຂົ້າ​ອວຍພອນ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ຊີ້​ໃຫ້​ເຫັນ​ຄວາມ​ເນ​ມາ​ແລະ​ຄວາມ​ສຳຄັນ​ຂອງ​ບຸນ​ກຸດ​ສົງການ​ປີ​ໃຫມ່​ລາວ​ແລະ​ກ່າວ​ທົບ​ທວນຄືນ​ເຖິງ​ມູນ​ເຊື້ອສາຍ​ພົພວັນ​ມິດຕພາບ​ແລະ​ການ​ຮ່ວມ​ມື​ພິ​ເສດ​ຮອບດ້ານ​ອັນ​ສະ​ຫນິດ​​ແຫນ້ນ​ລະຫວ່າງ​ລາວ-​ຫວຽດນາມ​ໃນ​ໄລຍະ​ຜ່ານ​ມາ​ກໍ່​ຄື​ປະຈຸ​ບັນ.

ສະຖານູດປປລາວ​ແລະ​ສະຖານທູດ​ສສຫວຽດນາມ​ປະຈຳ​ປັກ​ກິ່ງ​ໄດ້​ຜັດປ່ຽນ​ກັນ​ເປັນ​ເຈົ້າພາບ​ໃນ​ການຈັດ​ງານ​ພົບ​ປະ​ສັງ​ສັນ​ແລະ​ອວຍພອນ​ໄຊ​ອັນ​ປະ​ເສີດ​ເຊິ່ງກັນ​ແລະ​ກັນ​ໃນ​ແຕ່ລະ​ປີ:ຫວຽດນາມ​ຈະ​​ເປັນ​ເຈົ້າພາບ​ໃນ​ໂອກາດ​ບຸນປີ​ໃຫມ່ (​ເຕັດ) ຫວຽດນາມ, ສ່ວນ​ລາວ​ກໍ່​ເປັນ​ເຈົ້ພາບ​ໃນ​ໂອກາດ​ບຸນ​ກຸດ​ສົງການ​ປີ​ໃຫມ່​ລາວ.​ແລະ​ງານ​ພົປະ​ສັງ​ສັນ​ອວພຍອນ​ປີ​ໃຫມ່​ລາວ​ປີ​ນີ້​ແມ່ນ​ສະຖານ​ທູດ​ລາວ​ປະຈຳ​ປັກ​ກິ່ງ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ໃນ​ຕອນ​ແລງ​ຂອງ​ວວັນ​ທີ 11 ​ເມສາ​ນີ້​ໂດຍ​ມີ​ພະນັກງານ​ຈາກ​ສະຖານທູດ​ລາວ​ແລະ​ຫວຽດ ນາມ​ປະຈຳ​ນະຄອນຫລວງ​ປັກ​ກິ່ງ​ສປຈີນ​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ.