ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ນຳ​ໃຊ້​ອາຄານ​ໃໝ່

(GMT+08:00) 2013-04-13 14:14:16     cri

ຕອນ​ເຊົ້າວັນ​ທີ 12 ​ເມ​ສາ​ນີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ​ໄດ້  ຈັດພິທີເປີດການນຳໃຊ້ອາຄານສຳນັກງານຫລັງໃໝ່ ແລະ ສະເຫຼີມສະຫຼອງບຸນປີໃໝ່ລາວ. ​ໂດຍມີ ສາດສະດາຈານ ດຣ ບໍ່ແສງ ຄຳ ວົງດາລາ, ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວ, ທ່ານ ສີພາ ນົງລາດ, ຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ລາວ, ແຂກຖືກເຊີນ, ພ້ອມດ້ວຍ ພະນັກງານພາຍໃນວິທະຍຸກະຈາຍສຽງແຫ່ງຊາດເຂົ້າຮ່ວມ.

ອາຄານສຳນັກງານຫລັງໃໝ່ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ຕັ້ງຢູ່ຕິດກັບ ອາຄານ ຫລັງເກົ່າ, ຂ້າງສະໜາມກິລາເຈົ້າອະນຸວົງເມືອງຈັນທະບູລີນະຄອນຫຼວງວຽງຈັນ, ເປັນອາຄານ 4 ຊັ້ນເປັບຮູບໂຕ ແອວ ມີ 35 ຫ້ອງ, ໃນນີ້ມີຫ້ອງປະຊຸມໃຫຍ່ສາມາດບັນຈຸໄດ້ 200 ຄົນ 1 ຫ້ອງ, ຫ້ອງປະຊຸມນ້ອຍບັນຈຸໄດ້ 20 – 25 ຄົນ 2 ຫ້ອງ, ຫ້ອງອັດ ແລະ ອອກອາກາດສົດ 5 ຫ້ອງ, ເຫຼືອນັ້ນເປັນຫ້ອງການຂອງພະນັກງານ, ເລີ່ມລົງມືກໍ່ສ້າງໃນວັນທີ 5 ກຸມພາປີກາຍນີ້, ມາຮອດຕົ້ນເດືອນ ກຸມພາ ປີນີ້ໄດ້ສຳເລັດສົມບູນ ໂດຍແມ່ນ ບໍລິສັດ ພົນສັກ ທະວີຊັບ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 10 ຕື້ 400 ລ້ານກີບ.

ໃນໂອກາດຂຶ້ນລາຍງານຜົນສຳເລັດການກໍ່ສ້າງອາຄານຫລັງໃໝ່ຂອງວິທະຍຸກະຈາຍສຽງ ແຫ່ງຊາດລາວໃນຄັ້ງນີ້ ທ່ານ ທອງພິມ ດີມະນີວົງ, ຮອງຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງ ຊາດລາວ ໄດ້ກ່າວວ່າ: ຜົນສຳເລັດການກໍ່ສ້າງອາຄານຫລັງນີ້ ເປັນການຕອບສະໜອງກັບການ ຂະຫຍາຍຕົວຂອງວຽກງານການກະຈາຍສຽງ ແລະ ອຳນວຍຄວາມສະດວກໃຫ້ແກ່ພະນັກງານ ພາຍໃນວິທະຍຸກະຈາຍສຽງແຫ່ງຊາດລາວມີບ່ອນເຮັດວຽກສະດວກສະບາຍ ແລະປະກອບ ສ່ວນສຳຄັນເຮັດໃຫ້ວຽກງານກະຈາຍສຽງນັບມື້ດີຂຶ້ນເລື້ອຍໆ.

1 2