ຜູ້​ຊ່ຽວຊານ​ກ່າວ​ວ່າ ກອງ​ກຳ​ປັ່ນຮົບທະ​ເລ​ຈີນ​ໃຕ້ດຳ​ເນີນ​ການລາດຕະ​ເວນ​ຢູ່​ເຂດ​ທະ​ເລ​ໃກ້​​ເກາະ​ຕ້ຽວ​ອີ​ແມ່ນ​ເພື່ອ​ລື້ງເຄີຍ​ແລະ​ກຳ​ໄດ້​ຂອບ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ

(GMT+08:00) 2013-04-17 18:40:17     cri
ຕອນ​ເຊົ້າວັນ​ທີ 17 ​ເມສາ​ນີ້,ກອງ​ກຳ​ປັ່ນ​ຝຶກ​ຊ້ອມ​ຢູ່​ທະ​ເລ​ໄກ​ຂອງ​ກອງ​ກຳ​ປັ່ນ​ຮົບ ທະ​ເລ​ຈີນ​ໃຕ້​ກອງທັບ​ເຮືອ​ຈີນ​ໄດ້​ດຳ​ເນີນ​ການ​ລາດຕ​ະ​ເວນ​ຢູ່​ເຂດ​ທະ​ເລ​ໃກ້ເກາະ​ຕ້ຽວອີ.

ກ່ອນ​ໜ້າ​ນີ້,ກອງ​ກຳປັ່ນຂອງກອງ​ກຳ​ປັ່ນ​ຮົບ​ທະ​ເລ​ຈີນ​ເໜືອ​ແລະ​ກອງ​ກຳ​ປັ່ນ​ຮົບ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ກອງທັບ​ເຮືອຈີນ​ຕ່າງ​ກໍໄດ້ດຳ​ເນີນ​ການ​ລາດຕະ​ເວນ​ຢູ່​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ, ມີ​ຄົນ​ຖາມ​ວ່າ ​​ເປັນ​ຫຍັງ​ເທື່ອ​ນີ້​ໄດ້ຈຶ່ງ​ໃຫ້ກອງ​ກຳ​ປັ່ນ​ຮົບທະ​ເລ​ຈີນ​ໃຕ້​ໄປລາດຕະ​ເວນ​ຢູ່​ເຂດ​ທະ​ເລ​​ນີ້​ອີກ? ກ່ຽວ​ກັບ​ເລື່ອງ​ນີ້, ພັນ​ເຮືອເອກພິ​ເສດຈ່າງ​ຈຸ່ນ​ເສີ້ກ່າວ​ວ່າ: "ນີ້​ແມ່ນ​ການຈັດ​ວາງ​ເປັນ​ປະຈຳ​ແລະ​ເປັນປົກກະຕິ, ​ແຕ່ລະ​ປີ​​ກອງທັບ​ເຮືອຈີນກໍ​ມີ​ແຜນການ​ຝຶກ​ຊ້ອມ​, ​ເ​ຊິ່ງລວມທັງ​ແຜນການ​ຝຶກ​ຊ້ອມ​ຢູ່ທະ​ເລ​ໃກ້​ແລະ​ທະ​ເລ​ໄກ. ບໍ່​ວ່າ​ກອງ​ກຳ​ປັ່ນ​ຮົບ​ທະ​ເລ​ຈີນ​ໃຕ້, ຫຼືວ່າ​ກອງ​ກຳ​ປັ່ນຮົບ​ທະ​ເລ​ຈີນ​ຕ​າ​ເວັນ​ອອກ​ແລະ​ກອງ​ກຳ​ປັ່ນຮົບ​ທະ​ເລ​ຈີນ​ເໜືອ, ລ້ວນ​ແຕ່​ຄວນ​ລື້​ງ​ເຄີຍ​ແລະ​ກຳ​ໄດ້​ຂອບເຂດ​ທະ​ເລ​ຂອງຈີນ. ຫາກບໍ່​ແມ່ນ ວ່າ ກອງ​ກຳ​ປັ່ນ​ຮົບ​ທະ​ເລ​ຈີນ​ໃຕ້​ຮັບ​ຜິດ​ຊອບ​ພຽງ​ແຕ່​ເຂດ​ທະ​ເລ​ຈີນ​ໃຕ້,​​ ​ກອງ​ກຳ​ປັ່ນ​ຮົບ ທະ​ເລ​ຈີນ​ຕາ​ເວັນ​ອອກ​ຮັບ​ຜິດ​ຊອບພຽງ​ແຕ່​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​. ທີ່​ຈິງ​ແລ້ວນີ້​​ແມ່ນ​ການຈັດ​ວາງ​ແບບ​ທຳ​ມະ​ດາ​ທີ່​ສຸດ."

ພັນ​ເຮືອ​ເອກ​ພິ​ເສດ​ຈ່າງ​ຈຸ່ນ​​ເສີ້ກາວ​ຕື່ມ​ວ່າ, ກຳ​ປັ່ນ "ລານ​ໂຈ່​ວ" ​​ ​ແລະ​ກຳ​ປັ່ນ "​ເຫີ​ງສຸຍ" ​​ໃນກອງ​ກຳ​ປັ່ນ​ລາດຕະ​ເວນ​ເທື່ອ​ນີ້​ລ້ວນ​ແຕ່​ມີຄວາມ​ສາມາດ​ໃນການ​ສູ້​ຮົບ​ແບບ​ສັງ​ລວມທີ່​ເຂັ້ມ​ແຂງ​ສົມຄວນ. ​ໂດຍ​ສະ​ເພາະ, ​ກຳ​ປັ່ນ "ລານ​ໂຈ່​ວ"​ ​ແມ່ນ​ກຳ​ປັ່ນຂັບ​ໄລ່​ປະກອບ​ລູກ​ສອນ​ໄຟ​ນຳ​ວິຖີ​ລຸ້ນ​ໃໝ່​ແລະກຳປັ່ນ "​ເຫີ​ງສຸຍ" ​ແ​ມ່ນກຳປັ່ນ​ປ້ອງກັນ​​ຕິດຕັ້ງລູກ​ສອນ​ໄຟ​ນຳ​ວິ​ຖີລຸ້ນ​ໃໝ່,ກຳ​ປັ່ນ​ສອງ​ລຳ​ນີ້​ລ້ວນ​ແຕ່​ແມ່ນ​ຈີນອອກ​ແບບ​ແລະ​ຜະລິດດ້ວຍ​ຕົນ​ເອງໝົດ, ​ເທື່ອ​ນີ້​​ໃຫ້​ກຳ​ປັ່ນກຽມພ້ອມ​ສູ້​ຮົບ​ແລະ​ກຳ​ປັ່ນ​ບໍລິການ​ລຸ້ນ​ໃໝ່​ສຸດ​ໄປ​ດຳ​ເນີນການ​ລາດຕະ​ເວນຢູ່ທະ​ເລ​​ໄກ, ​ແມ່ນ​ເພື່ອ​​ໃຫ້ລື້​ງ​ເຄີຍ​ແລະ​ກຳ​ໄດ້​ຂອບເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ໃຫ້​ໄດ້​ດີກ​ວ່າ​ເກົ່າ.