ຍົນ​ຂະໜາດ​ນ້ອຍ​ລຳ​ໜຶ່ງ​ຂອງ​ບໍລິສັດລາວ​​ເດີນ​ອາກາດຕົກ​ ​ແຕ່ບໍ່​ມີ​ຄົນ​ເສຍ​ຊີວິດ

(GMT+08:00) 2013-04-19 17:08:27     cri

ວັນ​ທີ 19 ​ເມສາ​ນີ້, ທ່ານ​ບຸນມາ​,ອຳນວຍ​ການບໍລິສັດ​​ລາວ​ເດີນ​ອາກາດ​ຢັ້ງຢືນ​ວ່າ, ​ໃນ​ວັນ​ທີ 17 ​ເມສາ​ນີ້, ຍົນ​ຂະໜາດນ້ອຍ​ລຳ​ໜຶ່ງ​ຂອງ​ບໍລິສັດ​​ຕົກ​ໃນຂະນະ​ບິນ​ຂຶ້ນ​​​ເດີ່ນຍົນ​ນາ​ທອງ​​ແຂວງ​ຫົວພັນຂອງ​ລາວ, ​ເຮັດ​ໃຫ້​ມີ​ຜູ່​ບາດ​ເຈັບຫຼາຍຄົນ, ​ແຕ່​ບໍ່​ມີ​ຄົນ​ເສຍ​ຊີວິດ.

ອຸປະຕິ​ເຫດ​ເທື່ອ​ນີ້​ເກີດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 17 ​ເມສາ​ນີ້, ຜູ້​ເຫັນ​ເຫດການ​ກ່າວ​ວ່າ ​ໃນ​ຂະນະ​ທີ່ຍົນ​ລຳ​ນີ້​ບິນຂຶ້ນຈາກ​​ເດີ່ນຍົນ,ຍົນ​ໄດ້​ເຈືອກ​ອອກ​ຈາກ​ທາງ​ແລ່ນ,ປີກ​ຍົນ​ໄປ​ຕັດ​ຕົ້ນ​ໄມ້,​ແລ້ວ​ຕົກລົງ​ຢ​ໃນ​ຫ້ວຍນ້ຳນ້ອຍໆ​ສາຍ​ໜຶ່ງທີ່ຢູ່​ໃກ້​ກັບສົ້ນຂອງ​ທາງ​ແລ່ນ.

ທ່ານ​ບຸນ​ມາບ​ອກນັກ​ຂ່າວ​ວ່າ, ​ຍົນນ້ອຍ​ທີ່​ມີ 19 ບ່ອນ​ນັ່ງ​ລຳ​ນີ້​ແມ່ນ​ບິນ​ຈາກ​ແຂວງ​ຫົວພັນ​ໄປ​ຫາ​ນະຄອນຫຼວງວຽງ​ຈັນ, ​ໃນ​ເວລາ​ເກີດ​ອຸປະຕິ​ເຫດ​ຢູ່​ເທິງ​ຍົນ​ມີຜູ້​ໂດຍສານ 16 ຄົນ​ແລະ​ພະນັກງານ​ໜ່ວຍ​ການບິນ 2 ຄົນ, ​ໃນ​ນັ້ນມີ​ຄົນ​ລາວ 17 ຄົນ​ແລະ​ຄົນ​ໄທ 1 ຄົນ. ​ເຖິງ​ວ່າ​ຍົນ​ລຳ​ນ້ຳຖືກ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ​ແຕ່​ບໍ່​​ໄດ້​ເກີດ​ການລະ​ເບີດ​ແລະ​ບໍ່​ໄດ້​ເກີດ​ໄຟ​ໄໝ້, ທັງບໍ່​ມີ​ຄົນ​ເສຍ​ຊີວິດ. ປະຈຸ​ບັນ​ນີ້, ຜູ້​ບາດ​ເຈັບ​ໄດ້​ອອກ​ຈາກ​ໂຮງໝໍ​ໝົດ.