ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈຂອງຜູ້ນຳ ສປປລາວ

(GMT+08:00) 2013-04-22 10:22:50     cri

ຕາມ​ຂ່າວCRI, ວັນທີ20​ເມສາ​ນີ້, ຢູ່​ເມືອງ​ລູຊານ ​​ແຂວງ​ເສ​ສວນ​ຈີນ​ໄດ້​ເກີດ​​ໄພ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍ​ແຮງ, ມື້​ດຽວ​ກັນ, ທ່ານຈູມ​ມາລີ ​ໄຊ​ຍະ​ນສອນ ປະທານ​ປະ​ເທດ​ ​ແລະ​ ທ່ານທອງ​ສີ​ງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ ​ແຫ່ງສປປລາວ ​ໄດ້​ສົ່ງ​ໂທລະ​ເລກສະ​ແດງ​ຄວາມ​ເຫັນ​ໃຈ​ໄປ​ຍັງ​ທ່ານ​ສີ​ຈິນຜິ​ງ ປະທານ​ປະ​ເທດ​ ​ແລະ​ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີ ​ແຫ່ງສປຈີນ, ​ເ​ຊິ່ງມີ​ເນື້ອ​ໃນ​ດັ່ງ​ນີ້.

ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ດ້ວຍ​ຄວາມ​ເສົ້າ​ສະຫຼົດ​ໃຈ​ວ່າ ​ໃນ​ເວລາ 8:02 ​ໂມງ ຂອງ​ວັນ​ທີ 20 ​ເມສາ 2013, ​ໄດ້​ເກີດ​ມີ​ແຜ່ນດິນ​ໄຫວ​ຢ່າງຮຸນ​ແຮງ​ຢູ່​ເມືອ​ງລູຊານ ນະຄອນ​ຢາ​ອ່ານ ​ແຂວງ​ເສ​ສວນ ຂອງ ສປຈີນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ​ກໍ​ຄື​ພື້ນຖານ​ໂຄງ​ລ່າງ​ຂອງ​ເຂດ​ດັ່ງກ່າວ.

​ໃນ​ນາມ​ພັກ, ລັດຖບານ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ກໍ​ຄື​ໃນ​ນາມ​ສ່ວນ​ຕົວ, ພວກ​ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ ​ແລະ ​ເຫັນ​ອົກ​ເຫັນ​ໃຈ​ເປັນ​ຢ່າງ​ຈິງ​ໃຈ ມາ​ຍັງ​ພວກ​ສະຫາຍ ​ແລະ ​ໂດຍ​ຜ່ານ​ພວກ​ສະຫາຍ ​ໄປ​ຍັງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ​ອ້າຍ​ນ້ອງ ​ໂດຍ​ສະ​ເພາະ​ໄປ​ຍັງ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພພິບັດ​ຄັ້ງ​ນີ້.

ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນວ່າ, ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ຂອງ​ສູນ​ກາງ​ພັກ, ລັດຖະບານ​ ກໍ​ຄື​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ດ້ວຍ​ມູນ​ເຊື້ອ​ດຸ​ໝັ່ນ​ຂະຫຍັນ​ພຽນ ທີ່​ບໍ່​​ເຄີຍ​ຍອມ​ຈຳນົນ​ຕໍ່​ໄພ​ທຳ​ມະ​ຊາດ ຂອງ​ປະຊາຊົນ​ຈີນ​ອ້າຍ​ນ້ອງ​ນັ້ນ, ຄວາມ​ເສຍ​ຫາຍ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ປົວ​ແປງ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເຂດ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ​ໃນ​ຄັ້ງ​ນີ້ ຈະ​ໄດ້ຣັບການ​ບູລະນະ, ​ຟື້ນ​ຟູ ​ແລະ​ ກັບ​ຄືນ​ສູ່​ສະພາບ​ປົກະຕິ​ໂດຍ​ໄວ.