ກອງ​ກຳປັ່ນລາດຕະ​ເວນ​ຮ່ວມ​ແມ່​ນ້ຳຂອງ​ກອບ​ກູ້​ເຮືອ​ປະມົງທີ່​ປະສົບໄພ​ສັນຊາດ​ລາວ​ລຳ​ໜຶ່ງ

(GMT+08:00) 2013-04-22 11:36:04     cri
ວັນ​ທີ 21 ​ເມສາ​ນີ້, ກອງ​ກຳ​ປັ່ນ​ລາດ​ຕະ​ເວນ​ຮ່ວມ​ແມ່​ນ້ຳຂອງ​ຄັ້ງ​ທີ 9 ​ໄດ້​ກອບ​ກູ້​​ເຮືອ​ປະມົງ​ທີ່​ປະສົບ​ໄພ​ສັນຊາດ​ລາວ​ລຳ​ໜຶ່ງ ​ແລະ ລູກ​ເຮືອ​2 ຄົນ​ທີ່​ໄດ້​ຈົມ​ນ້ຳຢູ່​ເຂດສາມຫຼ່ຽມຄຳ​ຢ່າງ​ສຳ​ເລັດ​ຜົນ.

ອຸປະຕິ​ເຫດ​ດັ່ງກ່າວ​​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​​ເຊົ້າ​ວັນ​ທີ 21 ​ເມສາ​ນີ້, ​ໃນ​ເວລາ​ນັ້ນ​ເຮືອ​ປະມົງ​ພວມ​ຈົມ​ລົງ​ນ້ຳ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຫ້ອງ​ການບັນຊາ​ການ​ກອງກຳ​ປັ່ນ​ລາດຕະ​ເວນ​ຮ່ວມ, ​ເຮືອ​ເລກທີ 53903 ໄດ້​ເດີນ​ເຮືອ​​ຢູ່​ໃກ້ກັບ​​​ເຮືອ​ປະມົງທີ່​ພວມ​ຈົມ​ນ້ຳ​​ແລະ​ດຳ​ເນີນ​ການ​ກອບ​ກູ້​ຢ່າງ​ວ່ອງ​ໄວ, ພາຍ​ໃຕ້​ສະພາບ​ການ​ທີ່​ນ້ຳ​ໄຫຼ​​ແຮງ, ​ໄດ້​ກອບ​ກູ້​ຜູ້​ຊາຍ​ຜູ້ໜຶ່ງຂຶ້ນ​ເຮືອ​ຢ່າງ​ສຳ​ເລັດ​ຜົນ, ​ພ້ອມ​ທັງ​ໄດ້​ບັນຊາ​ໃຫ້​ເຮືອ​ຂົນ​ສົ່ງ​ສິນຄ້າ​ຂອງ​ລາວລຳ​ໜຶ່ງ​ທີ່ຢູ່​ໃກ້ນັ້ນໄປ​ກອບກູ້​ເອົາ​ແມ່ຍິງອິກຜູ້​ໜຶ່ງທີ່​ກຳລັງຈົມ​ນ້ຳ. ຫຼັງ​ຈາກ​ນັ້ນ, ກອງ​ກຳ​ປັ່ນ​ລາດ​​ເວນ​ໄດ້​ສະໜອງ​ເຄື່ອງ​ນຸ່ງ​​ຫົ່ມທີ່​​ແຫ້ງ​ແລະສະ​ອາດດີ ພ້ອມ​ທັງອາຫານ​ໃຫ້​ແກ່​ເຂົາ​ເຈົ້າ​, ​ແພດ​ໝໍກໍ່​ໄດ້​ກວດກາ​ສຸຂະພາບ​ໃຫ້​ເຂົາ​ເຈົ້າ, ​ແລະ​ຍັງ​ໄດ້​ທາວ​ເອົາ​ເຮືອ​ທີ່​ຈົມ​ນ້ຳພ້ອມ​ທັງສ້ອມ​​ແປງ​ເຮືອ​ໃຫ້​ເຂົາ​ເຈົ້ານຳ​ອີກ.

ຕາມ​ຂ່າວ​ແຈ້ງວ່າ, ລູກ​ເຮືອ​ທີ່​ຈົມ​ນ້ຳສອງ​ຄົນ​ນີ້​ແມ່ນຄູ່​ຜົວ​ເມຍ​ກັນ. ສາ​ເຫດ​ທີ່​ເກີດອຸປະຕິ​ເຫດ​ແມ່ນ​ຍ້ອນວ່າ​ໃນ​ເວລາ​ຫາ​ປາ, ​ຫຼັງຈາກ​ຫວ່ານ​ແຫ​ອອກ​ໄປ​ແລ້ວ, ​ແຫ​​ໄດ້​ກ້ຽວ​ພັນ​​ໃບ​ພັດ​ເຮືອ, ​ເຮືອ​ຂາດ​ຄວາມ​ດຸນດ່ຽງ, ​ຈົນ​ພາ​ໃຫ້ນ້ຳ​ເຂົ້າ​ທ້ອງ​ເຮືອ​ແລ້ວຈົມ​ລົງ. ຫ້ອງ​ການ​ບັນຊາ​ການ​ຂອງ​ໜ່ວຍ​ກອງ​ກຳ​ປັ່ນ​ລາດ​ຕະ​ເວນ​ຮ່ວມ​ແມ່​ນ້ຳຂອງຍັງ​ໄດ້​ປຸກ​ລະດົມພະນັກງານຈີນ​ບໍລິຈາກ​ເງິນ 4825 ຢວນ ຊຶ່ງ​ຕົກປະມານ 800 ​ໂດ​ລາ​ໃຫ້​ແກ່​​ຜົວ​ເມຍ​ຄູ່​ນີ້.