ກອງ​ກຳ​ປັ່ນ​ຕິດ​ຕາມ​ທາງ​ທະ​ເລ​ຂອງ​ຈີນ​ຕິດຕາມ​ກຳ​ປັ່ນຂອງ​ຍີ່ປຸ່ນທີ່​ລ່ວງ​ລ້ຳສິດ​ອະທິປະ​ໄຕຂອງ​ຈີນ​ຢູ່​ນ່ານທະ​ເລເກາະ​ຕ້ຽວ​ອີ

(GMT+08:00) 2013-04-23 11:28:14     cri
ຕາມ​ຂ່າວຈາກ​ເວັບ​ໄຊ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ, ວັນ​ທີ 23 ​ເມສາ​ນີ້, ​ໃນ​ຂະນະ​ທີ່ກຳ​ປັ່ນ​ຕິດຕາມ​ທາງ​ທະ​ເລຂອງ​ຈີນ​​ເລກ 51, 23​ ​ແລະ 46 ພວມ​ດຳ​ເນີນ​ການ​ລາດຕະ​ເວນຕາມປົກກະຕິ​ຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນນັ້ນ​ໄດ້ພົບ​ວ່າ, ມີ​ກຳປັນ​ຍີ່ປຸ່ນ​ຫຼາຍລຳ​ເຄື່ອນ​ໄຫວ​ຢູ່​​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ.

​ໃນ​ເວລາ​ຕໍ່, ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ໄດ້​ຈັດສົ່ງກຳ​ປັ່ນ​ຕິດຕາມ​ທາງ​ທະ​ເລ​ອີກ 5 ລຳຄື​ເລກ 50 , 15, 49 , 66 ​ແລະ 137 ​ທີ່​ພວມ​ປະຕິບັດ​ໜ້າ​ທີ່​ລາດຕະ​ເວນ​,ປ້ອງ​ກັນ​ສິດ​ອະທິປະ​ໄຕ​ແລະປະຕິບັດ​ກົດໝາຍ​ປະຈຳຢູ່​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ ​ເດີນ​​ເຮືອ​ມາ​ຍັງເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ເພື່ອສົມທົບ​ກັບກຳ​ປັ່ນ​ເລກ 51, 23 ​ແລະ 46, ​ແລ້ວ​ແບ່ງອອກ​ເປັນ 4 ຈຸ, ດຳ​ເນີນ​ການ​ຕິດຕາມເອົາຫຼັກຖານ​ແລະ​ປະຕິ​ບັດ​ກົດໝາຍຕໍ່​ກຳ​ປັ່ນ​ຍີ່ປຸ່ນ​ທີ່​ໄດ້​ລ່ວງ​ລ້ຳສິດ​ອະທິປະ​ໄຕ​ຂອງ​ຈີນ.