ສື່​ມວນຊົນ​ຍີ່​ປຸ່ນຕຳ​ໜິສະມາຊິກ​ລັດຖະສະພາ​ຍີ່​ປຸ່ນ168ຄົນ​ຮ່ວມ​ກັນ​ໄປ​ນະມັດສະການ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ

(GMT+08:00) 2013-04-23 11:50:07     cri

ຕອນ​ເຊົ້າ​ວັນ​ທີ 23 ​ເມສາ​ນີ້, ສະມາຄົມ​ສະມາຊິກ​ລັດຖະສະພາ​ຮ່ວມ​ກັນ​ນະມັດສະການ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິທີ່​ປະກອບ​ດ້ວຍ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍີ່​ປຸ່ນ​ທີ່​ມາ​ຈາກ​ພັກ​ຝ່າຍ​ຕ່າງໆ ຈຳນວນ 168ຄົນ​ໄດ້​ຮ່ວມ​ກັນ​ໄປ​ນະມັດສະການ​ຫໍ​ໄຫວ້ຢາ​ຊູ​ຄູ​ນິທີ່​ຕັ້ງ​ປ້າຍ​ລາຍຊື່​ຂອງ​ພວກ​ອາ​ຊະ​ຍາກ​ອນສົງຄາມ​ອັນ​ດັບ​ໜຶ່ງ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ 2 .

ຕາມ​ຂ່າວສານ​ກຽວ​ໂດ​ຍີ່​ປຸ່ນລາຍ​ງານ​ວ່າ: ນີ້​ແມ່ນ​​ເທື່ອ​ທຳ​ອິດ​ທີ່​ມີ​ສະມາຊິກ​ລັດຖະສະພາ​ຍີ່​ປຸ່ນຫຼາຍ​ກວ່າ100​ຄົນ​ຮ່ວມ​ກັນ​ໄປ​ນະ​ມັດ​ສະ​ການ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິນັບ​ແຕ່​ເດືອນ​ຕຸ​ລາ​ປີ​2005​ເປັນ​ຕົ້ນ​ມາ. ​ເມື່ອ​ມໍ່ໆ​ມາ​ນີ້, ສະມາຊິກ​ຄະນະ​ລັດຖະບານ​ຍີ່​ປຸ່ນ3ຄົນຊຶ່ງ​ລວມທັງ​ທ່ານ​ທາ​ໂຣ ອາ​ໂຊ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ເງິນຍີ່ປຸ່ນ​ໄດ້​​ໄປ​ນະມັດສະການຫໍ​ໄຫວ້ຢາ​ຊູ​ຄູ​ນິ.ກ່ອນ​ໜ້າ​ນີ້, ທ່ານ​ຊິນ​ໂຈ ອາ​ເບະ ​​ໄດ້ມອບເຄື່ອງບູຊາ​ໃຫ້ຫໍ​ໄຫວ້ຢາ​ຊູ​ຄູ​ນິ​ໃນ​ນາມ​ນາຍົກລັດຖະມົນຕີ.

ໜັງສືພິມອາຊາ​ຮິ​ຊິ​ມບູນ​ແລະ​ໜັງສືພິມ​ມາ​ອິນິຊິ​ຊິ​ມບູນຂອງ​ຍີ່​ປຸ່ນ​ໄດ້​ລົງ​ພິມ​ບົດ​ນຳ​ໃນ​ວັນ​ທີ 23 ​ເມສາ​ນີ້​ໂດຍ​​ໄດ້​ຕຳ​ໜິການ​ກະທຳ​ດັ່ງກ່າວ​ຂອງທ່ານ​ຊິນ​ໂຈ​ອາ​ເບະ​ແລະ​ສະມາຊິກ​ຄະນະ​ລັດຖະບານ​ຍີ່​ປຸ່ນ. ໜັງສືພິມ​ອາຊາ​ຮິ​ຊິ​ມບູນ​ໄດ້​ລົງ​ພິມ​ບົດ​ນຳ​ທີ່​ໃສ່​ຫົວ​ຂໍ້​ "​ເປັນ​ຫຍັງ​ຈິ່ງ​ສ້າງ​ປະກາຍ​ໄຟ" ຊຶ່ງ​ບົດ​ຄວາມ​ຂຽນ​ວ່າ: ​ໃນ​ຂະນະ​ທີ່​ ​ຕ້ອງການ​ປັບປຸງ​ການ​ພົວພັນ​ກັບປະ​ເທດ​ໃກ້​ຄຽງ​ໃຫ້​ດີ​ຂຶ້ນ​ນັ້ນ, ອຳນາດ​ການ​ປົກຄອງ​ ​ຊິນ​ໂຈ​ອາ​ເບະ​ກຳລັງ​ເຮັດ​ຫຍັງ​ກັນແທ້? ການ​ໄປ​ນະມັດສະການ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ​ແມ່ນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ການ​ຮັບ​ຮູ້​ຕໍ່​ປະຫວັດສາດ, ຈີນ​ແລະ​ສ.​ເກົາຫຼີ​ກ່າວ​ປະນາມ​ຕໍ່​ເລື່ອງ​ນີ້​​​ແມ່ນ​ເລື່ອງທີ່​ຢູ່​ໃນ​ການ​ຄາດ​ຄິດ. ການ​ພົວພັນ​ລະຫວ່າງ​ຍີ່​ປຸ່ນກັບ​ຈີນ​ແລະ​ສ.​ເກົາຫຼີ​ໄດ້​ເຄັ່ງ​ຕຶງ​ຂຶ້ນ​ຍ້ອນ​ບັນ​ຫາ​ກ່ຽວ​ກັບ​ໝູ່​ເກາະ​ເຊັນ​ຄະ​ຄູ​ຫຼື​ຈີນ​ເອີ້ນ​ວ່າ​ເກາະ​ຕ້ຽວ​ອີ​ພ້ອມ​ດ້ວຍ​ເກາະດອນ​ຕ່າງໆ​ທີ່​ຢູ່​ບໍລິ​ເວນ​ໃກ້​ຄຽງ​, ​ແລະ​ບັນຫາ​ກ່ຽວ​ກັບ​ເກາະ​ທາ​ເຄຊິ​ມາ​ຫຼື​ສ.​ເກົາຫຼີ​​ເອີ້ນ​ວ່າ ​ເກາະ​ດົກ​ໂດ, ມັນ​ເໝືອນ​ດັ່ງ​ທີ່​ທ່ານ​ນາຍົກ​ຊິນ​ໂຈ​ອາ​ເບະ​ໄດ້​ເວົ້າ​ມາ​ວ່າ "ຄວນ​ພິຈາລະນາ​ຈາກ​ສະຖານະ​ການ​ລວມ​ເພື່ອ​ປັບປຸງ​ການ​ພົວພັນ​ໃຫ້​ດີ​ຂຶ້ນ", ຕ້ອງການ​ສະ​ແຫວ​ງຫາການ​ປັບປຸງ​ການ​ພົວພັນ​ໃຫ້​ດີ​ຂຶ້ນ. ຖ້າວ່າ​ບັນຫາ​ກ່ຽວ​ກັບ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ​ໄດ້​ຫ່າງ​​ເຫີ​ນຈາກ​ເປົ້າ​ໝາຍ​ກ່ຽວ​ກັບ​ການ​ປັບປຸງ​ການ​ພົວພັນ​ໃຫ້​ດີ​ຂຶ້ນ, ມັນ​ພຽງ​ແຕ່​ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຍີ່​ປຸ່ນ​ເທົ່າ​ນັ້ນ.

ໜັງສືພິມ​ມາ​ອິນິຊີ​ຊິ​ມບູນ​ໄດ້​ລົງ​ພິມ​ບົດ​ນຳ​ທີ່​ໃສ່​ຫົວ​ຂໍ້​ "ສະມາຊິກ​ຄະນະ​ລັດຖະບານ​ໄປ​ນະມັດສະການ​ຫໍ​ໄຫ​ວ້ຢາຂູ​ຄູ​ນິ​ແມ່ນການ​ກະທຳ​ທີ່​ຂາດ​ການ​ຢັ້ງ​ຄິດ​ທີ່​ຮອບ​ຄອບ" ຊຶ່ງ​ບົດ​ຄວາມ​ຂຽນ​ວ່າ: ພາຍ​ໃຕ້​ສະພາບ​ການ​ທີ່​ສະຖານະ​ການ​ຢູ່​ແຫຼມ​ເກົາຫຼີ​ມີ​ຄວາມເຄັ່ງ​ຕຶງ, ສະມາຊິກ​ຄະນະ​ລັດຖະບານ​ເຊັ່ນ​ທ່ານ​ທາ​ໂຣ ອາ​ໂຊ ຮອງ​ນາຍົກລັດຖະມົນຕີ ທີ່​ເປັນ​ບຸກຄົນ​ສຳຄັນໝາຍ​ເລກ​ສອງຂອງ​ຄະນະ​ລັດຖະບານ​ທ່ານ​ຊິນ​ໂຈ ອາ​ເບະ​ໄປ​ນະມັດສະການ​ຫໍ​ໄຫວ້​ຢາ​ຊູ​ຄູ​ນິ, ທ່ານ​ນາຍົກ​ຊິນ​ໂຈ​ອາ​ເບະ​ອະນຸມັດ​ການ​ກະທຳ​ແນວ​ນີ້, ມັນ​ອາດ​ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຮັບ​ມື​ກັບ​ບັນຫາ​ສປປ​ເກົາຫຼີ​ແລະ​ການ​ຮ່ວມ​ມື​ກັບ​ຈີນ​ແລະ​ສ.​ເກົາຫຼີ, ​ໃນ​ທີ່​ສຸດ​ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຍີ່​ປຸ່ນ. ມັນ​ພຽງ​ສາມາດ​ເວົ້າ​ໄດ້​ວ່າ​ນີ້​ແມ່ນ​ການ​ກະທຳ​ທີ່​ຂາດ​ການຢັ້ງ​ຄິດ​ທີ່​ຮອບ​ຄອບ.