ຮອງປະທານ​ຄະນະ​ປະຈຳ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​ຄະນະ​ຜູ້​ແທນ​ກຳມາທິການເສດຖະກິດ ແຜນການ​ແລະ​ການ​ເງິນຂອງສະພາ​ແຫ່ງ​ຊາດລາວ

(GMT+08:00) 2013-04-24 09:38:55     cri
ວັນ​ທີ 23 ​ເມສາ​ນີ້, ຢູ່​ຫໍ​ສະພາປະຊາຊົນ​ແຫ່ງ​ຊາດ​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຈ່າງ​ຜິ​ງ, ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ກັບ​ນາງ​ສຸ​ວັນ​ເພັງ ບຸບຜາ​ນຸວົງ, ປະທານ​ກຳມາທິການ​ເສດຖະກິດ ແຜນການ​ແລະ​ການ​ເງິນຂອງ​ສະພາ ​ແຫ່ງ​ຊາດ​ ສປປ ລາວຢ່າງ​ສະໜິດສະໜົມ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ-ລາວ, ລາວ-ຈີນ,​ ການ​​ໄປມາຫາສູ່​ແລະ​ການຮ່ວມ​ມື​​ລະຫວ່າງ​ອົງການ​ນິຕິບັນຍັດຂອງ​ສອງ​ປະ​ເທດ.