ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ​ສັງຄົມກຽມພ້ອມພັດທະນາສີມື​​ແຮງ​ງານ 2 ​ແສນ​ກວ່າ​ຄົນ ​ເພື່ອ​ປະຊາຄົມອາ​ຊຽນ​​​ໃນປີ 2015

(GMT+08:00) 2013-04-24 11:06:24     cri

​ໃນ​ໄລຍະ​ຜ່ານ​ມາຂະ​ແໜງ​ແຮງ​ງານ​ສະຫວັດດີ​ການ​ສັງຄົມ​ໄດ້​ຕອບ​ສະໜອງ​ແຮງ​ງານ​ທີ່​ມີ​ສີ​ມື​ໃຫ້​ແກ່​ການ​ພັດທະນາ​ເສດຖະກິ​ດ-ສັງຄົມ​ເປັນຕົ້ນ​ແມ່ນ​ບັນດາ​ໂຄງການ​ຕ່າງ​ໆທັງຂອງລັດຖະບານ​ແລະເອກະ​ຊົນ.ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ຄອນສີ ມະຫາວົງ, ຫົວໜ້າ​ພະ​ແນ​ກພັດທະນາ​ສີມື​ແຮງ​ງານ,ກະຊວງ​ແຮງ​ງານ​ແລະ​ສະຫວັດດີ​ການ​ສັງຄົມ​ຂອງ​ໂລກ​ກ່າວ​ໃຫ້​​ໃຫ້​​ໃນ​ວັນ​ທີ 23 ​ເມສາ​ນີ້​ທີ່​ນະຄອນຫຼວງວຽງ​ຈັນ.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ: ປັດຈຸບັນ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມ​ໄດ້ ສົມທົບ​ກັບ​ສະພາ​ການ​ຄ້າ, ສູນ​ກາງ​ສະຫະພັນກຳ​​ມະ​ບານ, ກະຊວງ​ສຶກສາ​ເພື່ອ​​ເລັ່ງ​ໃສ່ພັດທະນາ​ສີມື​ແຮງ​ງານຢູ່ 3 ​ແຂວງຄື: ບໍ່​ແກ້ວ, ສະຫວັນ​ນະ​ເຂດ ​ແລະ ອັດ​ຕະປື. ສືບ​ຕໍ່​ສ້າງ​​ແລະພັດທະນາ​ສີມື​ແຮ​ງງານ​ຂັ້ນ​ແຂວງຝຶກ​ສີມື​ແຮງ​ງານ​ໃຫ້​ໄດ້​ທັງ​ປະລິມານ ​ແລະຄຸນ​ນະພາ​ບ ​​​​ເພື່​ອສະໜອງ​ໃຫ້​ແກ່​ການ​ພັດທະນາຕາມ​ໂຄງ​ປະກອບ​​ເສດຖະກິດ​ໃຫ້​ໄດ້ 2 ​ແສນ​ກວ່າ​ຄົນ. ຍົກ​ລະດັບ​ສູນ​ຝຶກ​ວິຊາ​ຊີບ​ລາວ-​ເກົາຫຼີ​ ​ແລະ ສູນ​ພັດທະນາ​ສີມື​ແຮ​ງານ​​ໂພນ​ພະ​ເນົາ​ເພື່ອ​ເປັນ​ສູນ​ຕົວ​ແບບ ພ້ອມ​ນັ້ນ​ຍັງ​ໄດ້​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ມາດຕະຖານ​ສີມື​ແຮງ​ງານ​ໃນ​ຂະ​ແໜງ​ການ​ກໍ່ສ້າງ​ໃຫ້​ໄດ້ 10 ສາຂາ​ອາຊີບ, ຂະ​ແໜງ​ລົດຍົນ 7 ສາ​ຂາ​ອາຊີ​ບ, ລວມ 17 ສາຂາ​ອາຊີບ​ໃນ​ລະດັບ 85 ສ່ວນ​ຮ້ອຍ​ຂອງ​ແຜນການ 5 ປີ ​ແນ​ໃສ່​ເປັນ​ບ່ອນ​ອີງ​ໃນ​ການ​ກຳນົດ​ລະດັບ​ຄວາມ​ຊຳ​ນານງານ​ຂອງ​ຜູ້​ອອກ​ແຮງ​ງານ ​ແລະ ການ​ກຳນົດ​ຄ່າ​ແຮງ​ງງານ​ຢູ່​ໃນ​ຫົວໜ່ວຍ​​ແຮງ​ງານ​ພາກ​ສ່ວນ​ຕ່າງໆ ທັງ​ເປັນ​ການ​ກຽມ​ເງື່ອນ​ໄຂ​ທາງ​ດ້ານ​ຕ່າງໆ​ໃຫ້​ແກ່​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.