ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ເຂົ້າສູ່​ໄລຍະ​ແກ້​ໄຂສິ່ງ​ທ້າ​ທາຍ

(GMT+08:00) 2013-04-24 13:09:10     cri
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 22 ຈັດ​ຂຶ້ນຢູ່​ນະຄອນຫຼວງ​ເຊ​ລີ​ເບ​ກາ​ວັນ​ຂອງ​ບຼູ​ໄນ​ແຕ່ວັນ​ທີ 24 ຫາ​ວັນ​ທີ 25 ​ເມສາ​ນີ້. ​ໃນ​ໜຶ່ງ​ປີຜ່ານມາ, ​ເສດຖະກິດ​ຂອງ 10 ປະ​ເທດ​ອາ​ຊຽນ​ເຕີບ​ໂຕ​ຢ່າງ​ໝັ້ນທ່ຽງ, ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໄດ້​ຮັບ​ການ​ເພີ່ມ​ທະວີ, ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ລະດັບ​ຕ່າງໆ, ອາ​ຊຽນພວມເບັ່ງ​ສີສັນ​ພິ​ເສດ​ຂອງ​ຕົນ​ໃນ​ເວທີ​ສາກົນ. ນັກວິ​ເຄາະ​ສາກົນ​ເຫັນ​ວ່າ, ​ເຖິງ​ວ່າ​ປະ​ເຊີນໜ້າກັບຄວາມຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍຢ່າງ​ຫຼາຍ​ແນວ​ກໍ​ຕາມ, ​ແຕ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງນີ້​ຈະ​ສືບ​ຕໍ່​​ເນັ້ນໜັກ​ເຖິງ​ຄວາມ​ສາມັກຄີ​ພາຍ​ໃນ​ອາ​ຊຽນ, ​ແລະ​​ຊຸກຍູ້​ການເຊື່ອມໂຍງເຂົ້າ​ເປັນ​ປະຊາ​ຄົມ​ອາ​ຊຽນ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງນີ້​ແມ່ນ "​ເຕົ້າ​ໂຮມ​ປະຊາຊົນ ຮ່ວມ​ກັນສ້າງ​ອະນາຄົດ". ກອງ​ປະຊຸມ​ຄັ້ງນີ້​ຕົ້ນຕໍ​ຈະເລັງໃສ່ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າ​ງປະຊາ​ຄົມ​ອາ​ຊຽນ. ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈັດ​ຂຶ້ນຢູ່​​ພະນົມເປັນຂອງ​ກຳ​ປູ​ເຈຍໃນປີຜ່ານມາ, ຜູ້ນຳ​ຂອງ​ອາ​ຊຽນ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສ້າງຕັ້ງປະຊາ​ຄົມ​ອາ​ຊຽນກ່ອນ​ວັນ​ທີ 31 ທັນວາ 2015. ​ໃນ​ກອງ​ປະຊຸມສຸດ​ຍອດ​ຄັ້ງນີ້, ຜູ້ນຳ​ຂອງອາ​ຊຽນຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​​ແຫ່ງ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ຄວາມ​ໝັ້ນຄົງ, ເສດຖະກິດ​ແລະ​ສັງຄົມ​ວັດທະນະ​ທຳ ທີ່​ເປັນ​ສາມ​ເສົາຄ້ຳ​ໃຫຍ່​ຂອງ​ປະຊາ​ຄົມ​ອາ​ຊຽນ, ພ້ອມ​ດ້ວຍ​ຄວາມ​ຫຍຸ້ງຍາກ​ແລະ​ວິທີ​ແກ້​ໄຂ.

ຜູ້ຊ່ຽວຊານຊີ້​ອອກ​ວ່າ, ການສ້າງ​ປະຊາ​ຄົມ​ອາ​ຊຽນ​ແມ່ນ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ອາ​ຊຽນ, ​ແຕ່​ຍັງ​ພົບ​ກັບສິ່ງ​ທ້າ​ທາຍ​ຈຳນວນ​ໜຶ່ງ​ໃນ​ຂະ​ບວນການ​ນີ້. ຄື​ໜຶ່ງ: ​ການ​ພັດທະ ນາ​ເສ​ດຖະກິດ​ຂອງ​ບັນດາ​ປະ​ເທ​ດອາ​ຊຽນບໍ່​ສະ​ເໝີ​ພາບ​ກັນ. ທ່ານ​ຢາ​ມາ​ໂມ​ໂຕ ຢູຊີ​ໂນ​ບຸ, ຜູ່ຊ່ຽວຊານດ້ານ​ການ​ເມືອງ​ສາກົນ​ຂອງ​ຍີ່ປຸ່ນ​ກ່າວ​ວ່າ: "ອາ​ຊຽນບໍ່​ໄດ້​ວາງ​ເປົ້າໝາຍ​ຕົວ​ເລກລະອຽດກ່ຽວ​ກັບ​ການຫຼຸດຜ່ອນ​ຄວາມ​ຜິດ​ໂຕນ​ກັນ​ດ້ານ​ການ​ພັດທະນາ​ເສດຖະກິດ, ອາ​ຊຽນຈະ​ສາມາດ​ຫຼຸດຜ່ອນ​ຄວາມ​ຜິດ​ໂຕນ​ກັນ​ດ້ານ​ການ​ພັດທະນາ​ເຖິງ​ລະດັບ​ໃດ​ກ່ອນ​ປີ 2015 ນັ້ນ, ​ແມ່ນ​ຫົວ​ຂໍ້ສຳຄັນ​ສຳລັບ​ອາ​ຊຽນ."

ສອງ, ຢູ່​ພາຍ​ໃນ​ອາ​ຊຽນມີ​ປັດ​ໄຈ​ບໍ່​ໝັ້ນທ່ຽງ​ດ້ານ​ການ​ເມືອງ. ຫຼາຍປີ​ມາ​ນີ້, ສະພາບ​ການ​ເມືອງ​ຂອງ​ບາງ​ປະ​ເທດ​ອາ​ຊຽນ​ເກີດ​ມີ​ຄວາມ​ປັ່ນ​ປ່ວນ, ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ດິນ​ແດນ​ລະ ຫວ່າງ​ປະ​ເທດ​ກໍ່​ມີ​ຄວາມອາດ​ເປັນ​ໄປ​ໄດ້​ທີ່​ຈະ​ຮຸນແຮງຂຶ້ນ.

ສິ່ງ​ທ້າ​ທາຍ​ອັນ​ທີ​ສາມ, ອາ​ຊຽນຈະ​ສາມາດ​ກາຍ​ເປັນ​ຈຸດ​ໃຈກາງ​​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ພາກ​ພື້ນ​ຫືຼບໍ່. ທ່ານຢາ​ມາ​ໂມ​ໂຕ ຢູຊີ​ໂນ​ບຸ​ເຫັນ​ວ່າ, ອາ​ຊຽນມີ​ຄວາມ​ຍິນ​ດີ​ຢາກ​ເສີມ​ຂະຫຍາ​ຍບົດບາດ​ໃຈກາງ​ໃນ​ກາ​ນຮ່ວມ​ມື​ຂອງ​ອາຊີ, ​ແຕ່​ຜົນ​ປະ​ໂຫຍ​ດຂອງ 10 ປະ​ເທດອາຊຽນຍັງບໍ່​ເປັນ​ເອກະພາບ​ກັນ​ຢ່າງແທ້ຈິງ, ອາ​ຊຽນຈະ​ສາມາດ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຄືແນວໃດ, ນີ້ຍັງ​ຕ້ອງຕິດຕາມຕໍ່ໄປ.

ຜູ້ຊ່ຽວຊານເຫັນ​ວ່າ, ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງນີ້​ທີ່​ມີ​ບຼູ​ໄນ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ນັ້ນ ຈະ​ໂຮມ​ສູນ​ຊັບພະຍາກອນ​ພາຍ​ໃນ​ອາ​ຊຽນ, ພະຍາຍາມ​ເຮັດ​ໃຫ້​ກອງ​ປະຊຸມ​ຄັ້ງນີ້​ດຳ​ເນີນ​​ໄປ​​ໃນ​ທ່າມກາງບັນຍາກາດ​​ທີ່​ໝັ້ນທ່ຽງ​ແລະ​ສະໜິດສະໜົມ, ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນໃຫ້ສຳເລັດຕາມ​ເວລາ​ທີ່​ກຳນົດ​ໄວ້​.