ຈີນ​ປະຕິ​ເສດການຕໍ່​ວ່າ​ທັກ​ທ້ວງ​ຂອງ​ຍີ່ປຸ່ນ​ກ່ຽວ​ກັບ​ກອງ​ກຳ​ປັ່ນ​ຕິດຕາມກວດກາ​ນ​ທາງ​ທະ​ເລຂອງ​​ຈີນ​ປະຕິບັດກົດໝາຍຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ

(GMT+08:00) 2013-04-25 11:23:47     cri
ວັນ​ທີ 24 ​ເມສາ​ນີ້, ທ່ານ​ນາງຮວາ​ຊຸ່ນອີງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນປະຕິ​ເສດການຕໍ່​ວ່າ​ທັກ​ທ້ວງ​ຂອງ​ຍີ່ປຸ່ນກ່ຽວ​ກັບ​ກອງ​ກຳ​ປັ່ນ​ຕິດຕາມກວດກາ​ນ​ທາງ​ທະ​ເລຂອງ​ຈີນ​ປະຕິບັດກົດໝາຍຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ.

ທ່ານ​ນາງຮວາ​ຊຸ່ນອີງ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ກອງ​ກຳ​ປັ່ນ​ຕິດຕາມກວດກາ​ນ​ທາງ​ທະ​ເລ​ຂອງ​ຈີນ​ລາດຕະ​ເວນ​ແລະປະຕິບັດ​ກົດໝາຍ​ຢູ່​ນ່ານທະ​ເລ​ຂອງ​ຈີນ, ​ແມ່ນ​ການ​ຕອບ​ໂຕ້​ອັນ​ຈຳ​ເປັນ​ຂອງ​ຈີນ​ທີ່​ມີ​ຕໍ່ການ​ທ້າ​ທາຍ​ເກາະ​ຜິດຈາກຍີ່ປຸ່ນ.

ທ່ານ​ນາງ​ຮວາ​ຊຸ່ນອີງ​ກ່າວ​ວ່າ, ​ເກາະ​ຕ້ຽວ​ອີ​ແລະ​​ເກາະດອນ​ຕ່າງໆ​ຢູ່​ບໍລິ​ເວນ​ອ້ອມ​ຂ້າງແມ່ນ​ດິນ​ແດນມາ​ແຕ່​ປະຫວັດສາດຂອງ​ຈີນ. ຈີນ​ຈະ​ໃຊ້​ມາດ​ຕະການ​ອັນ​ເຂັ້ມ​ແຂງ​ເພື່ອປົກ​ປັກ​ຮັກສາ​ອະທິປະ​ໄຕ​ທາງ​ດ້ານດິນ​ແດນ​ຂອງ​ຈີນຢ່າງ​ເດັດດ່ຽວ.

ຕາມ​ຂ່າວ​ແຈ້ງວ່າ, ວັນ​ທີ 23 ​ເມສາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ໄດ້​ຮຽກເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່ປຸ່ນ​ເຂົ້າ​ພົບ, ສະ​ແດງ​ການ​ຕໍ່​ວ່າ​ທັກ​ທ້ວງ​ຕໍ່ກອງ​ກຳ​ປັ່ນ​ຕິດຕາມກວດກາ​ນ​ທາງ​ທະ​ເລ​ຂອງ​ຈີນ​ລາດຕ​ະ​ເວນ​ແລະ​ປະຕິບັດ​ກົດໝາຍ​ຢູ່​ນ່ານທະ​ເລ​ເກາະ​ຕ້ຽວ​ອີ.