ຄະນະຜູ້​ຊ່ຽວຊານ​ຂອງສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ຢ້ຽມຢາມ​ສັນຖະວະ​ໄມຕີ​ສປປ​ລາວ

(GMT+08:00) 2013-04-25 11:51:31     cri

​​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ພັກ​ປະຊາຊົນ​ປະຕິວັລາວ, ໜ່ວຍ​ຜູ້​ຊ່ຽວຊານ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ທີ່​ນຳໂດຍ​ທ່ານກາວ​ຢົງ​ຈົ່ງ, ຮອງ​ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ປະຫວັດສາດ​ພັກ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ ສປປ ລາວ ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 24 ​ເມສາ​ນີ້.

​ໃນ​ວັນ​ທີ 23 ​ເມສາ​ນີ້, ທ່ານ​ເຈືອງ ສົມບູນ​ຂັນ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ​ໄດ້​ຕ້ອນຮັບ​ຄະນະຜູ່​ຊ່ຽວຊານ​ຈີນ. ທ່ານ​ເຈືອງ ສົມບູນ​ຂັນກ່າວ​ວ່າ, ສອງ​ປະ​ເທດ​ລາວ​ຈີນ​ມີ​ໄມຕີ​ຈິດ​ມິດຕະພາບ​ມາ​ແຕ່​ດົນ​ນານ, ຈີນ​ມີ​ບົດຮຽນ​ອັນ​ອຸດົມສົມບູນ​ໃນການ​ພັດທະນາ​​ເສດຖະກິດ​-ສັງຄົມ​ແລະ​ການ​ສ້າງສາ​ວັດທະນະທຳ, ​ເປັນ​ໜ້າ​​ເຮັດ​ໃຫ້​ປະ​ເທດ​ລາວຖອນຖອນ​ຮ່ຳຮຽນນຳ. ທ່ານ​ຍັງ​ກ່າວ​​​ເນັ້ນ​ວ່າ, ການ​ວິ​ເຄາະ​ແລະຕີ​ຄວາມ​ໝາຍຂອງ​ຄະນະ​ຜູ້​ຊ່ຽວຊານ​ທີ່​ມີຕໍ່​ນ້ຳ​ໃຈ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 18 ຂອງພັກ​ຄອມ​ມູນິດ​ຈີນ​​ໄດ້​ເຮັດ​ໃຫ້ຜູ້​ຮ່ວມ​ປະຊຸມຝ່າຍ​ລາວ​ໄດ້​ເຂົ້າ​ໃຈ​ທິດ​ສະ​ດີ, ​ແນວ​ຄິດ​ແລະ​ທິດ​ທາງ​ນະ​ໂຍບາຍ​​ແຫ່ງ​ການ​ສ້າງສາສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ດີຂຶ້ນກ​ວ່າ​ເກົ່າ, ​ລາວ​ຫວັງ​ຢາກ​ຈະ​ໄດ້​ຮັບ​ການ​ສະໜັບສະ​ໜູນ​ແລະ​ຊ່ວຍ​ເຫຼືອຕື່ມ​ອີກ​ຈາກ​ຈີນ,​ ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ.

ທ່ານ​ກາວ​ຢົງ​ຈົ່ງ​ກ່າວ​ວ່າ, ສອງ​ປະ​ເທດ​ຈີນ​-ລາວ​ສາມາດ​ຖອດຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ​ໃນ​ດ້ານ​ການ​ປົກຄອງ​ປະ​ເທດ, ການ​ກໍ່ສ້າງ​ພັກ, ການອົບຮົມ​ພະນັກງານ​ຊາວ​ໜຸ່ມ​ແລະການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ.