ອາ​ຊຽນ​ເລັ່ງລັດ​ການ​ຮ່ວມ​ມື​ພາກ​ພື້ນ​ຢ່າງຮອບດ້ານ

(GMT+08:00) 2013-04-26 17:01:29     cri
ຕາມ​ຂ່າວສານ​ຊິນ​ຮວາ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 22 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບັນດາ​ເສຣີບາ​ກາ​ວັນ​ຂອງ​ບຼູ​ໄນອັດ​ລົງ​ໃນ​ວັນ​ທີ 25 ​ເມສາ​ນີ້. ຖະ​ແຫຼ​ງການ​ປະທານ​ທີ່​ເປີດ​ເຜີຍ​ຫຼັງ​ກອງ​ປະຊຸມ​ໄດ້​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ພື້ນ, ພະຍາຍາມ​​ບັນລຸ​ການສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ພ້ອມ​ກັນ​ນັ້ນ, ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ທີ່​ກ່ຽວຂ້ອງ​​ໂດຍ​ສັນຕິ.

​ເຫຼືອ​ພຽງ​ແຕ່​ສອງ​ປີ​ກໍ​ຈະ​ຮອດ​ເວລາກຳນົດ​ສຸດ​ທ້າຍ​ແຫ່ງ​ການສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຕົ້ນຕໍ​ໄດ້​ປຶກສາ​ຫາລື​ຜົນສຳ​ເລັດ​ໃນ​ສາມ​ຂົງ​ເຂດ​ໃຫຍ່​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ແລະ​ໄດ້​ກຳນົດ​ທິດ​ທາງ​ຂະຫຍາຍຕົວ​ຢ່າງ​ຈະ​ແຈ້ງ.

​ໃນ​ຂົງ​ເຂດ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ, ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ຮັບ​ມື​ກັບ​ການ​ຂົ່ມຂູ່​​ແບບ​ເກົ່າເດີບ​ແລະ​ການ​ຂົ່ມຂູ່​ແບບ​ໃໝ່, ​ໃນ​ເດືອນ​ມິຖຸນາ​ປີ​ນີ້, ອາ​ຊຽນຈະ​ຈັດການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດ​ສະທຳ​ແລະ​ການ​ຝຶກ​ຊ້ອມ​ຮ່ວມ​ດ້ານ​ການ​ກູ້​ໄພ​ແລະ​ການ​ຝຶກ​ຊ້ອມ​ທາງ​ການ​ທະຫານກັບ 8 ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ, ​ເຊັ່ນ: ຈີນ, ອາ​ເມ​ລິ​ກາ, ຣັດ​ເຊຍ​, ອົສຕຼາລີ, ອິນ​ເດຍ, ສ.​ເກົາຫຼີ​, ນູ​ແວນ​ຊີ​ລັງ​ແລະ​ຍີ່ປຸ່ນ. ປີ​ນີ້, ອາ​ຊຽນຍັງ​ຈະ​ພິມ​ຈຳໜ່າຍ​ວາລະສານ "ຈ້ອງ​ມອງ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນ"​ ສະບັບ​ທຳ​ອິດ, ​ແລະ​ຍິນ​ດີ​ຕ້ອນຮັບ​ນອກ​ແວ​ເຂົ້າ​​ເປັນ​ປະ​ເທດ​ພາຄີ "ສົນທິສັນຍາ​ໄມຕີ​ຈິດ​ມິດຕະພາບ​​ແລະ​ຮ່ວມ​ມື​ກັນ​ຂອງອາຊີ​ຕາ​ເວັນ​ອອກສຽງ​ໃຕ້" ​ໃນ​ເດືອນ​ມິຖຸນາ​ປີ​ນີ້.

​ໃນ​ຂົງ​ເຂດ​ເສດຖະກິດ, ອາ​ຊຽນ​ໄດ້​​ເປີດ​ເຜີຍ​ວ່າ​ໄດ້​ບັນລຸ​ເປົ້າ​ໝາຍ 77,5% ຂ​ອງ​ແຜນການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ລາຍ​ຮັບ​ສະ​ເລ່ຍຕໍ່​ຫົວ​ຄົນ, ຍອດ​ມູນ​ຄ່າ​ການ​ຄ້າ​ແລະ​ລາຍ​ຮັບ​ດ້ານ​ການທ່ອງທ່ຽວ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ລ້ວນ​ແຕ່​ຈະ​ຫຼາຍ​ກວ່າ​ເກົ່າ. ອາ​ຊຽນຈະ​ສືບ​ຕໍ່​ພະຍາຍາມ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ຄວາມ​ຮັ່ງ​ມີກັບ​ຄວາມທຸກ​ຍາກ​ໃນ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ກັນ​ທາ​ງທະ​ເລ, ທາງບົກ​ແລະ​ທາງ​ອາກາດ, ກາຍ​ເປັນ​ຕະຫຼາດ​ເອກະ​ພາບ, ພະຍາຍາມ​ສ້າງ​ການ​ພົວພັນ​ຄູ່​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​​ໃຫ້​ສຳ​ເລັດໃນ​ປີ 2015.

ອາ​ຊຽນຍັງ​ຈະ​ທຳລາຍ​ກຳ​ແພງ​ພາສີ, ​ເຜີຍ​ແຜ່ມາດ​ຕະການ​ຕ່າງໆ​ທີ່​ມີ​ຜົນ​ດີຕໍ່​ການ​ປົວ ​ແປງ​ສະພາບ​ແວດ​ລ້ອມ​ກາ​ນຄ້າ​ແລະ​ການ​ລົງທຶນ​ໃຫ້​ດີ​ຂຶ້ນ ​ເຊັ່ນ: "​ບັດ​ທ່ອງ​ທ່ຽວ​ວຽກ​ການ ຄ້າ​ອາ​ຊຽນ" ​ເປັນ​ຕົ້ນ, ​ເພື່ອ​ຍົກ​ກຳລັງ​ແກ່ງ​ແຍ່ງ​​ໃນ​ທົ່ວ​ໂລກ​ຂອງ​ເສດຖະກິດ​ອາ​ຊຽນ​ໃຫ້ ​ເຂັ້ມ​ແຂງ​ຂຶ້ນ.

​ໃນ​ຂົງ​ເຂດວັດທະນະທຳ ສັງຄົມ​, ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ສະຫຼຸບສະພາບ​ການ​ປະຕິບັດ "​ແຜນການ​ເຊື່ອມ​ຕໍ່​ກັນ​ດ້ານວັດທະນະທຳ ​ສັງຄົມ", ສະ​ເໜີ​ອອກຈະ​ເປີດ​ກວ້າງ​ການ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ຕື່ມ​ອີກ, ສ້າງຂະ​ແໜງ​ການ​ກິລາ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ, ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ແມ່ຍິງ​ເດັກນ້ອຍ, ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ສິ່ງ​ແວດ​ລ້ອມ​ເປັນມົນ​ລະ​ພິດ.

ຄຽງ​ຄູ່​ກັບ​ການ​ປິດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້, ອາ​ຊຽນ​ໄດ້​ຢ່ວງ​ອີກ​ບາດກ້າວ​ໜຶ່ງເຂົ້າ ສູ່​ການ​ສ້າງ​ສຳ​ເລັດ​ປະຊາ​ຄົມ​ອາ​ຊຽນ, ​ແຕ່​ຜູ້ນຳ​ທີ່​ຮ່ວມ​ປະຊຸມ​​ໄດ້​ຮັບ​ຮູ້​ຢ່າງຈະ​ແຈ້ງວ່າ ຂະ ບວນການ​ເຊື່​ອມ​ໂຍງ​ເຂົ້າກັນ​ຍັງ​ປະ​ເຊີນ​ໜ້າ​ກັບສິ່ງ​ທ້າ​ທາຍ​ຢ່າງ​ຫຼວງຫຼາຍ. ທ່ານ​ເລ​ເລືອ​ງມິ​ງ, ​ເລຂາທິການ​ໃຫຍ່​ອາ​ຊຽນຊີ້​ອອກ​ວ່າ, ​ແຜນການ​ສ້າງຕັ້ງປະຊາ​ຄົມ​ອາ​ຊຽນຍັງ​ມີ 22,5% ບໍ່​ທັນ​ໄດ້​ສຳ​ເລັດ, ນີ້​ຈະ​ແມ່ນ​ພາກສ່ວນ​ທີ່​ດຳ​ເນີນ​ໄປ​ຢ່າງຫຍຸ້ງຍາກ​ທີ່​ສຸດ.

ຜູ້ນຳ​ຂອງ​ອາ​ຊຽນຍັງ​ໄດ້​ກ່າວ​ຢ້ຳຄວາມ​ສຳຄັນ​ແຫ່ງ​ການ​ປົກ​ປ້ອງ​ຄວາມ​ໝັ້ນຄົງ​​ເທິງ ທະ​ເລ, ​ເຫັນ​ວ່າ ຝ່າຍຕ່າງໆ​ຄວນ​​ເຄົາລົບ "ຖະ​ແຫຼງການ​​ແຫ່ງ​ການ​ປະພຶດ​ຂອງ​ບັນດາຝ່າຍ​ໃນ​ທະ​ເລ​ຈີ​ນ​ໃຕ້" ​ແລະ ຫຼັກການ 6 ຂໍ້​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ຮຽກຮ້ອງ​ຝ່າຍຕ່າງໆ​ຮັກສາ​ຄວາມ​ອົດ​ທົນ, ຫຼີກ​ເວັ້ນບໍ່​ໃຊ້​ກຳລັງ​ອາວຸດ​ ຫຼື ຂົ່ມຂູ່​ດ້ວຍ​ກຳລັງ​ອາວຸດ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ທີ່​ກ່ຽວຂ້ອງ​ໂດຍ​ສັນຕິ, ທຳ​ຄວາມ​ພະຍາຍາມ​ທາງການ​ຕ່າງປະ​ເທດ​ເທົ່າ​ທີ່​ຄວນ​ເພື່ອ​ບັນລຸຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​​ໂດຍ​ໄວ​ກ່ຽວ​ກັບ "ກົດ​ບັດ​​ແຫ່ງການ​ປະພຶດ​​ໃນທະ​ເລ​ຈີນ​ໃຕ້."(ຈົບ)