ກຳປູເຈຍສົນໃຈການລົງທຶນດ້ານທະນາຄານ

(GMT+08:00) 2013-04-26 12:04:51     cri
ວັນທີ 24 ເມສານີ້, ທີ່ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ລະດັບສູງທະນາຄານການາ ເກຍ canakia Bank pcl ແຫ່ງລາດຊະອານາຈັກກຳປູເຈຍເຊິ່ງນຳໂດຍທ່ານ OK nha Pung keav Se ປະທານທະນາຄານດັ່ງກ່າວພ້ອມຄະນະໄດ້ເຂົ້າພົບທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານ ສປປ ລາວ ເພື່ອແຈ້ງເຈດຈໍານົງຂໍສ້າງທະນາຄານ ການາເກຍຢູ່ລາວ.

ໃນລະຫວ່າງການພົບປະ, ທ່ານປະທານທະນາຄາການາເດຍໄດ້ແຈ້ງສະພາບການ ດຳເນີນທຸລະກຳດ້ານທະນາຄານໄລຍະຜ່ານມາໃຫ້ທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເຊິ່ງທະນາຄານການາເກຍ ໄດ້ມີການບໍລິຫານ ແລະ ການຈັດການທີ່ດີ ແລະ ເປັນທີ່ຍອມຮັບຂອງລູກຄ້າເປັນຢ່າງດີ ແລະ ມີຄວາມປະສົງຢາກສ້າງຕັ້ງ ທະນາຄານ ການາ ເກຍ ຢູ່ ສປປ ລາວ ເພື່ອປະກອບສ່ວນສະໜອງສິນເຊື່ອທີ່ຫຼາຍສີສັນໃຫ້ແກ່ພະນັກງານ ແລະ ປະຊາຊົນລາວ.

ໃນໂອການນີ້ທ່ານ ສົມພາວ ໄຟສິດ ໄດ້ຕີລາຄາສູງຕໍ່ຄວາມສຳເລັດຂອງທະນາຄານ ການາເກຍ ໃນຜ່ານມາແລະທະນາຄານລາວ ກໍ່ພ້ອມຈະໃຫ້ການສະໜັບສະ ໜູນໃນການ ສ້າງຕັ້ງທະນາຄານດັ່ງກ່າວຢູ່ລາວຕາມລະບຽບກົດໝາຍຂອງລາວ.

ທະນາຄານການາເກຍ ໄດ້ຮັບການສ້າງຕັ້ງຂື້ນໃນທ້າຍປີ 1991 ດ້ວຍການຮ່ວມມືລະ ຫວ່າງຊາດກຳປູເຈຍ ແລະ ບໍລິສັດການນາເກຍ  ໂດຍເຮັດທຸລະກິດຊື້-ຂາຍຄຳ ຜະລິດຄຳ ແທ່ງ ແລະ ປ່ອຍເງິນກູ້ໃຫ້ຜູ້ປະກອບການ ທະນາຄານການາເກຍເປັນທະນາຄານທຸລະກິດ ກຳປູເຈຍທີ່ໃຫຍ່ກວ່າໝູ່ມີເຄືອຄ່າຍທົ່ວໂລກເຊິ່ງປັດ ຈຸບັນມີ 40 ສາຂາໃນທົ່ວປະເທດກຳປູ ເຈຍ.