ທ່ານ​ຊຸນ​​ເຫີຼຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ການ​ຄ້າ​ຈີນ​ປະຈຳ​ລາວອີກ​ວາລະ​ໃໝ່

(GMT+08:00) 2013-04-27 16:29:14     cri

 


ທ່ານ​ຊຸນ​​ເຫີຼຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ການ​ຄ້າ​ຈີນ​ປະຈຳ​ລາວອີກ​ວາລະ​ໃໝ່


ກອງປະຊຸມເລືອກຕັ້ງຄະນະ​ປະຈຳສະພາການຄ້າຈີນປະຈໍາລາວ​ຄັ້ງທີ 4 ຈັດຂຶ້ນຢ່າງ​ເປັນ​ທາງ​ການ​ໃນຕອນ​ບ່າຍ​ວັນ​ທີ26​​ເມສາ​ນີ້, ມີ​ຜູ້ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ 100 ກວ່າ​ທ່ານ. ​ເພື່ອ​ປ່ອນ​ບັດ​ເລືອກຕັ້ງ​ເອົາ​ສະພາ​ການ​ຄ້າ​ຈີນ​ປະຈຳ​ລາວ​ຈຳນວນ 9 ທ່ານ.​ກໍາມະການ​ປະ​ຈໍາຄັ້ງ​ທີ4​ຂອງ​ສະພາການ​ຄ້າ​ຈີນ​ປະ​ຈໍາ​ລາວ​ໄດ້ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.


ຜ່ານ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ດ້ວຍ​ຄວາມ​​ໂປ່​ງ​ໃສ,ຍຸຕິ​ທຳ.ທ່ານ​ຊຸນ​ເຫລີ​ຍ,​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາການ​ຄ້າ​ຈີນປະ​ຈໍາ​ລາວ​ອີກ​ວາລະ​ໃໝ່.

​ໃນ​ກອງ​ປະຊຸມ,ທ່ານ​ຈ້າວ​​ເວີນ​ອີ, ທີ່​ປຶກສາ​ເສດຖະກິດ​ການ​ຄ້າ​ຂອງ​ຈີນ​ປະ​ຈໍາ​ລາວ​ໄດ້​ຕີລາຄາ​ສູງ​ຕໍ່ຜົນ​ສໍາ​ເລັດ​​ໃນ​ການ​ປະຕິບັດວຽກ​ງານ​ດ້ານ​ຕ່າງໆ​ຂອງ​ກໍາ​ມະ​ການ​ປະ​ຈໍາ​ຊຸດ​ທີ3,​​ເຊັ່ນ,ການ​ຊຸກ​ຍູ້ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ຈີນ,ການ​ຍົກ​ສູງ​ບົດບາດຂອງ​ວິ​ສາ​ຫະກິດ​ຈີນ​ແລະ​ອື່ນໆ.ທ່ານ​ຍັງ​ຫວັງ​ວ່າ,ກໍາມະການ​ປະ​ຈໍາຊຸດ​ໃໝ່ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ກັບ​ສາມະ​ຊິກ​ສະພາການ​ຄ້າ​ຈີນ,ລັດຖະບານ​ລາວ​ແລະ​ສະຖານທູດ​ຈີນ​ປະ​ຈໍາ​ລາວ, ປະຕິບັດ​ຕໍ່​ວິ​ສາ​ຫະກິດ​ຈີນ​ທີ່​ດໍາ​ເນີ​ນທຸລະ​ກິດ​ຢູ່​ລາວ​ເປັນ​ຢ່າງ​ດີ. ​ແລະ​ເພີ່ມ​ທະວີ​ການ​ຊີ້ນໍາ​ວິ​ສາ​ຫະກິດ​ສະມາຊິກ,​ເພື່ອປະຕິບັດ​​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາ​ຍຂອງ​ລາວ, ​ເຄົາລົບ​ຮີດຄອງ​ປະ​ເພນີ​ລາວ.ຕັ້ງ​ໜ້າປະກອບສ່ວນ​ໃຫ້​ແກ່​ສັງຄົມລາວ.

ສະພາ​ການ​ຄ້າ​ຈີນ​ປະ​ຈໍາ​ລາວ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ2005,ມາ​ຮອດ​ປະຈຸ​ບັນມີ​ສະພາ​ສາ​ຂາ​​ເຂດ​ພາກ​ໃຕ້​ລາວ,ສະພາ​ນັກທຸລະ​ກິດສາຂາ​ແຂວງ​ຫູ​ນານ,​ແລະສະພາ​ສາ​ຂາ​ນັກ​ທຸລະ​ກິດສາຂາ​ແ​ຂວງ​ເຈີ້​ຈ່ຽງ. ​ແລະ​ໄດ້​ເສີມ​ຂະ​ຫຍາ​ຍບົດ​ບາດ​ອັນ​ສໍາຄັນ​ເຂົ້າ​ໃນ​ການຊຸກຍູ້​ວິ​ສາ​ຫະກິດ​ຈີນ​ດໍາ​ເນີນ​ທຸລະ​ກິດ​ຢູ່​ລາວ​ທີ່​ຊອບ​ດ້ວຍ​ກົດໝາຍ, ​ຊົມ​ໃຊ້​ຂໍ້​ມູນ​ຕ່າງ​​ໆ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດຈີນ​ດ້ວຍ​ກັນ.