ການ​ຊ່ວຍ​ເຫລືອຕ່າງປະ​ເທດຂອງ​ ສປ ຈີນ ທີ່ຂຽນໂດຍໂດຍທ່ານສີ​ຄູນ ບຸນ​ວິ​ໄລ ເລຂາທິການ​ສະມາຄົມ​ມິດຕະພາບ​ລາວ-​ຈີນ

(GMT+08:00) 2013-04-29 13:31:33     cri

ການຊ່ວຍເຫລືອຕ່າງປະເທດຂອງ​ ສປ ຈີນ

ເນື່ອງໃນໂອກາດການສ້າງຕັ້ງສາຍພົວພັນການທູດ ລາວ​-ຈີນ ຄົບຮອບ 52 ປີ (25 ​ເມສາ 1961 – 25 ​ເມສາ 2013)

                                ໂດຍ: ສີ​ຄູນ ບຸນ​ວິ​ໄລ

                         ເລຂາທິການ​ສະມາຄົມ​ມິດຕະພາບ​ລາວ-​ຈີນ

   ພາຍຫລັງສະຖາປະນາຂຶ້ນໄດ້ພຽງ 1 ປີ, ສປ ຈີນກໍໄດ້ປະກາດນະໂຍບາຍໃຫ້ການຊ່ວຍເຫລືອແກ່ບັນດາປະເທດ ດ້ອຍພັດທະນາແລະກຳລັງພັດທະນາ ​​ເຊິ່ງມາຮອດປະຈຸບັນ ເຖິງ​ວ່າ ສປ ຈີນເອງກໍ່ຍັງ​ເປັນປະເທດທີ່ກຳລັງພັດທະນາ ແລະບາງໄລຍະກໍ່ຍັງພົບຄວາມຍຸ້ງຍາກຫລາຍປະການ; ແຕ່ກໍ່ຍັງໄດ້ດຳເນີນວຽກງານດັ່ງກ່າວຢ່າງສະເໝີຕົ້ນສະເໝີປາຍຕະລອດມາແລະໄດ້ກາຍເປັນປະເທດທີ່ໃຫ້ກາຍຊ່ວຍເຫລືອລາຍໃຫຍ່ແກ່ຕ່າງປະເທດ ດ້ວຍຫຼາຍຮູບການ, ​​ຫຼາຍວິທີການເປັນຈຳນວນຫຼວງຫຼາຍ. ນັ້ນ,ໄດ້ສະແດງເຖິງນ້ຳໃຈສາກົນອັນບໍລິສຸດຜຸດຜ່ອງແລະເອື້ອເຟື້ອເຜື່ອແຜ່ ຢ່າງແທ້ຈິງ ທີ່ຫາໄດ້ຍາກດ້ວຍນະໂຍບາຍພື້ນຖານຂອງການຊ່ວຍເຫລືອຕ່າງ​ປະ​ເທດຄື: ຍຶດໝັ້ນຊ່ວຍເຫຼືອໃຫ້ປະເທດທີ່ໄດ້ຮັບການຊ່ວຍເຫຼືອນັ້ນມີຄວາມສາມາດຍົກລະດັບຄວາມສາມາດໃນການພັດທະນາປະເທດຊາດ, ຍຶດໝັ້ນບໍ່ໃຫ້ມີເງື່ອນໄຂທາງການເມືອງ, ຍຶດໝັ້ນຕ່າງຝ່າຍຕ່າງມີຜົນປະໂຫຍແລະພັດທະນາຮ່ວມກັນ, ຍຶດໝັ້ນປະຕິບັດຕາມຄວາມສາມາດຕົວຈິງແລະເຮັດສຸດຄວາມສາມາດ,   ຍຶດໝັ້ນການພັດທະນາໃຫ້ຖືກຕາມກາລະເທສະ, ຕາມໄລຍະເວລາແລະສະພາບການ ດ້ວຍ​ຄວາມຈິງໃຈ, ບໍ່ເຫັນແກ່ຕົວແລະ ບໍ່ມີເງື່ອນໄຂການເມືອງບັງຄັບໃດແລະດ້ວຍ 10 ຫຼັກການໄດ້ແກ່: ສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍ, ຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງບໍ່ມີເງື່ອນໄຂໃດໆ, ດ້ວຍຫຼາຍຮູບແບບ​​, ການຮ່ວມມື​​ເປັນໂຄງການ, ເຄົາລົບເຈດຈຳນົງແລະຄວາມຮຽກຮ້ອງຕ້ອງການ, ປະສິດທິຜົນຂອງໂຄງການ, ຜະລິດຕະພັນຂອງຈີນທີ່ດີທີ່ສຸດ, ການເຝິກອົບຮົມດ້ານເຕັກນິກ, ການຮ່ວມມືດ້ານຊັບພະຍາກອນມະນຸດແລະເລື່ອນເວລາໃຊ້ໜີ້ຫຼື ຫຼຸດຜ່ອນໜີ້ ຫຼື ລົບລ້າງໜີ້ສິນ. ມາຮອດປະຈຸບັນ​, ສປ ຈີນໄດ້ລົບລ້າງໜີ້ສິນຫຼາຍກວ່າ 17 ຕື້ຢວນໃຫ້ຫຼາຍກວ່າ 50 ປະເທດ. ເຖິງວ່າ ສປ ຈີນ ຍັງແມ່ນປະເທດທີ່ກຳລັງພັດທະນາ, ແຕ່ການພັດທະນາຂອງຈີນ ກໍຍັງຕ້ອງການຄວາມຊ່ວຍເຫຼືອ ຈາກປະເທດອື່ນ. ດັ່ງນັ້ນ, ປະເທດຈີນຍັງຈະສືບຕໍ່ໃຫ້ຄວາມຊ່ວຍເຫຼືອອັນຈຳເປັນແກ່ປະເທດທີ່ທຸກຍາກ ໂດຍອິງຕາມຫຼັກການສະເໝີ ພາບຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອປະຕິບັດໜ້າທີ່ສາກົນຂອງຕົນ. ເພື່ອຢືນຢັນຄືນເຖິງທັດສະນະ, ຫຼັກໝັ້ນອັນສະເໝີຕົ້ນສະເໝີປາຍ ຂອງຕົນ; ໃນເດືອນກັນຍາ 2005, ໃນກອງປະຊຸມລະດົມເງິນທຶນລະດັບສູງໃນເວລາຈັດກອງປະຊຸມປະມຸກລັດເພື່ອສະເຫຼີມສະຫຼອງການສ້າງຕັ້ງສະຫະປະຊາຊາດຄົບຮອບ 60 ປີນັ້ນ, ທ່ານຮູ ຈິນ ທາວ ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດມາດຕະການໃໝ່ 6 ມາດຕະການຂອງການສະໜັບສະໜູນບັນດາປະເທດກຳລັງພັດ ທະນາເພື່ອເລັ່ງຄວາມໄວໃນ ການຂະຫຍາຍຕົວດັ່ງນີ້:

1. ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ຕ່າງປະເທດຕາມຄວາມສາມາດຂອງຕົນໂດຍບໍ່ມີເງື່ອນໄຂທາງດ້ານການເມືອງ.

2. ປະຕິບັດຄຳໝັ້ນສັນຍາຢ່າງໄວເພື່ອຫຼຸດຜ່ອນຫຼືລົບລ້າງໜີ້ສິນອັນໜັກໜ່ວງຂອງປະເທດທຸກຍາກ ທີ່ຕິດໜີ້ປະເທດຈີນ ແລະ ເລື່ອນເວລາກຳນົດ.

3. ຊຸກຍູ້ວິສາຫະກິດທີ່ດີເດັ່ນຂອງຈີນໄປລົງທຶນແລະດຳເນີນການຮ່ວມມືຢູ່ປະເທດທີ່ພວມພັດທະນາອີກກ້າວໜຶ່ງ.

4. ເພີ່ມທະວີການຮ່ວມມືກັບປະເທດ ທີ່ພວມພັດທະນາໃນການພັດທະນາຊັບພະຍາກອນມະນຸດ.

5. ຊຸກຍູ້ການຮ່ວມມືກັບປະເທດທີ່ກຳລັງພັດທະນາໃນຂົງເຂດສາທາລະນະສຸກ.

6. ເພີ່ມການໃຫ້ການຊ່ວຍເຫຼືອທາງດ້ານການກູ້ໄພສຸກເສີນແບບມະນຸດສະທຳໃຫ້ແກ່ປະເທດກຳລັງພັດທະນາ.

   

ເລີ່ແຕ່ຫົວທີ ຄື​ນັບ​ແຕ່ປີ 1950 ​ເປັນຕົ້ນມາ ສປ ຈີນໄດ້ໃຫ້ການຊ່ວຍເຫລືອຫລາຍກ່ວາ 160 ປະເທດ ທີ່ກຳລັງພັດທະນາ ເປັນການຊ່ວຍເຫລືອແກ່ປະເທດທີ່ຮັບການຊວ່ຍເຫລືອເຫລົ່ານັ້ນ ສ້າງໂຄງການຕ່າງໆ ທີ່ພົວພັນເຖິງ 2000 ກວ່າຂົງເຂດເຊັ່ນ: ອຸດສາຫະກຳ, ກະສິກຳ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ການສື່ສານ, ​ໄຟຟ້າ, ​ພະລັງງານ, ການຄົມມະນາຄົມແລະພື້ນຖານໂຄງລ່າງທາງສັງຄົມອື່ນໆເປັນຕົ້ນ. ພ້ອມກັນນັ້ນ ຍັງໄດ້ອຳນວຍວັດຖຸ ອຸປະກອນເປັນຈຳວນຫຼວງຫຼາຍແລະການຊ່ວຍເຫຼືອດ້ານເງິນສົດທີ່ເປັນຈຳນວນບໍ່ຫຼາຍໃຫ້ແກ່ປະເທດທີ່ໄດ້ຮັບການຊ່ວຍເຫຼືອເພື່ອຊ່ວຍເຫຼືອປະເທດທີ່ໄດ້ຮັການຊ່ວຍເຫຼືອນັ້ນພັດ ທະນາເສດຖະກິດ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນ; ຊຸກຍູ້ໃຫ້ມີຄວາມກ້າວໜ້າທາງສັງຄົມແລະເພື່ອເປັນການເສີມຂະຫຍາຍສາຍພົວພັນຂອງການຮ່ວມມືໄມຕີຈິດ ມິດຕະພາບ ລະຫວ່າງຈີນ ກັບບັນດາປະເທດທີ່ກຳລັງພັດທະນາອັນກວ້າງໃຫຍ່ໄພສານ. ຮູບແບບຂອງ ການຊ່ວຍເຫຼືອແມ່ນມີທັງການຊ່ວຍເຫຼືອລ້າ, ການກູ້ຢືມເງິນໂດຍບໍ່ມີດອກເບັ້ຍ, ການກູ້ຢືມເງິນພິເສດ (ລັດຖະບານຈີນຖົມຂຸມດອກເບັ້ຍ) ແລະການກູ້ຢືມເງິນສິນເຊື່ອພິເສດຝ່າຍຊື້;​ ສຳລັບການໃຫ້ກູ້ຢືມພິເສດແລະການກູ້ຢືມເງິນສິນເຊື່ອພິເສດຝ່າຍຊື້ແກ່ຕ່າງປະເທດນັ້ນແມ່ນ ລັດຖະບານຈີນໄດ້ມອບໝາຍໃຫ້ທະນາຄານຂາເຂົ້າ-ຂາອອກຂອງຈີນເປັນຜູ້ດຳເນີນການປ່ອຍເງິນກູ້ແບບດອກເບັ້ຍຕ່ຳໄລຍະກາງແລະໄລຍະຍາວທີ່ມີລັກສະນະຊ່ວຍເຫຼືອແກ່ຕ່າງປະເທດ​; ການຈັດຕັ້ງປະຕິບັດໂຄງການຕາມລະບຽບການຂອງຈີນແມ່ນວິສາຫະກິດຈີນເປັນຜູ້ຮັບເໝົາໂຄງການແລະເຄື່ອງອຸປະກອນ, ວັດຖຸ, ​ເຕັກນິກ ຫຼືການບໍລິການ ຕ້ອງຊື້ ຫຼືນຳເຂົ້າຈາກຈີນກ່ອນ, ການຈັດຊື້ເຄື່ອງອຸປະກອນຈາກຈີນນັ້ນ ບໍ່ໃຫ້ຕ່ຳກວ່າ 50% ຕາມຫຼັກການ.

ສຳລັບ​ປະ​ເທດ​ລາວ​​ເລີ່​ມ​ແຕ່ ປີ 1959 ​ເຖິງ ປີ 1979 ສປ ຈີນ ​ໄດ້​ຊ່ວຍ​ເຫຼືອ​​ກໍ່ສ້າງ​ເສັ້ນທາງ ​ແລະ​ ກໍ່ສ້າງ​ຂົວ ຢູ່​ພາກ​
ເໜືອ​ຂອງ​ລາວ ​ແລະເລີ່​ມ​ແຕ່ ປີ 1989 ​ເຖິງ​ປະຈຸ​ບັນ; ສາຍ​ພົວພັນ​ການ​ທູດລາວ-​ຈີນໄດ້​ຮັບ​ການພັດທະນາ​ໃຫ້​ດີ​ຂຶ້ນ
ເລື້ອຍໆ ແລະໃນວັນທີ 9 ກັນຍາ 2009 ຢູ່ນະຄອນຫຼວງປັກກິ່ງ, ຜູ້ນຳສູງສຸດຂອງສອງພັກ, ສອງລັດໄດ້ພ້ອມກັນຢືນຢັນ
ຄືນເຖິງຫຼັກໝັ້ນຂອງ ແຕ່ລະຝ່າຍໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມ  ແລະ ບົນ
ພື້ນຖານ ແຫ່ງການ ພົວພັນລາວ-ຈີນອັນໜັກແໜ້ນຕາມຈິດໃຈໝັ້ນຄົງຍາວນານ, ຮັກແພງກັນ ຖານບ້ານໃກ້ເຮືອນຄຽງ,
ໄວ້ເນື້ອເຊື່ອໃຈກັນແລະຮ່ວມມືກັນຮອບດ້ານໃນຜ່ານມາ ນັ້ນ ທັງ ສອງຝ່າຍໄດ້ເປັນເອກະພາບກັນຍົກລະດັບການພົວ
ພັນລາວ-ຈີນຂຶ້ນຕື່ມອີກກ້າວໜຶ່ງ ເປັນການພັວພັນຖານຄູ່ຮ່ວມມືຍຸດທະສາດຮອບດ້ານ,​ ການພັວພັນລະຫວ່າງ ສອງປະ
ເທດ ໄດ້ກ້າວຂຶ້ນສູ່ລະດັບສູງສຸດໃນປະຫວັດສາດ, ​ເຮັດໃຫ້ການພັວພັນລະຫວ່າງສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະພັດ
ທະນາອັນໃໝ່, ການຮ່ວມມືລະຫວ່າງ ສອງຝ່າຍກໍກວ້າງຂວາງກວ່າເກົ່າເປັນການສືບທອດມິດຕະພາບອັນເປັນມູນເຊື້ອ
ລະຫວ່າງລາວ-ຈີນ, ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມ ປະກອບສ່ວນອັນໃໝ່ ເພື່ອຊຸກຍູ້ການຮ່ວມມືກັນໃນທຸກຂົງ
ເຂດວຽກງານລະຫວ່າງສອງປະເທດ ແລະ ເພີ່ມເນື້ອໃນອັນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະ
ຫວ່າງລາວ-ຈີນ, ເຮັດໃຫ້ປະເທດລາວແລະ ປະເທດຈີນເປັນເພື່ອນບ້ານທີ່ດີ,​ ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນຄູ່
ຮ່ວມມືທີ່ດີຕະຫຼອດໄປ ເພື່ອຕອບສະໜອງຄວາມມຸ້ງຫວັງ ຂອງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງຊາດລາວ-
ຈີນ,ສອງຝ່າຍຕ້ອງຫັນເອົາຄວາມອາດສາມາດບົ່ມຊ້ອນ ຂອງສອງປະເທດໃຫ້ກາຍເປັນການພັດທະນາ ຕົວຈິງ; ຮອດປະ
ຈຸບັນ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອລ້າ ແລະ ໃຫ້ກູ້ຢືມແກ່ ສປປ ລາວ ເພື່ອ ປະຕິບັດຫຼາຍກວ່າ 170 ໂຄງການເປັນ
ຕົ້ນ: ຫໍວັດທະນະແຫ່ງຊາດ,ໂຮງໝໍມິດຕະພາບລາວ-ຈີນ ຫຼວງພະບາງ, ສວນສາທາລະນະ ແລະນ້ຳພຸປະຕູໄຊ,ໂຮງງານ
ຖົງເຈັ້ຍ,ໂຮງງານຊີມັງວັງວຽງຫຼັງທີ 2, ກໍ່ສ້າງເສັ້ນທາງເລກ 3,  ກໍ່ສ້າງ ເສັ້ນທາງນາເຕີຍ-ປາກມອງ,ສ້າງສູນສາທິດກະ
ສິກຳຮ່ວມມືລາວ-ຈີນ,​ການຫັນການຄຸ້ມຄອງລັດເປັນລະບົບທັນສະໄໝ (E-Government), ການພັດທະນາເຕັກໂນໂລຊີ
ແລະຂໍ້ມູນຂ່າວສານສໍາລັບຂະແໜງການສຶກສາ(E-Education),  ການຫັນການຄຸ້ມຄອງການເງິນ ພາກລັດເປັນທັນສະ
ໄໝ (E-Finance), ຫໍປະຊຸມແຫ່ງຊາດ ເພື່ອ ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 9(ASEM9),​ ຂົວຂ້າມນໍ້າຂອງ
ຫ້ວຍຊາຍ-ຊຽງຂອງ, ຫໍຮັບຮອງປະມຸກລັດ, ແຜນແມ່ບົດພັດທະນາເສດຖະກິດພາກເໜືອລາວ, ແຜນແມ່ບົດການຮ່ວມມື
ດ້ານເສດຖະກິດ-ເຕັກນິກລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນໄລຍະ 5 ປີ (2011
-2015), ການກໍ່ສ້າງ ຊັບພະຍາກອນມະນຸດແລະອື່ນໆ. ທັງໝົດນັ້ນ,ໄດ້ເປັນການປະກອບສ່ວນທີ່ສຳຄັນຍິ່ງ ເຂົ້າໃນການ
ປົກປັກຮັກສາ ແລະ ພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ເປັນການເສີມສ້າງມູນເຊື້ອສາຍພັວພັນມິດ
ຕະພາບລະຫວ່າງ ສປປ ລາວ ແລະ ສປ ຈີນ,​ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນຈີນ ໃຫ້ນັບມື້ ແໜ້ນແຟ້ນ
ເພີ່ມທະວີຂຶ້ນເລື້ອຍໆ.

 


ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ
ຢ້ຽມຢາມ ສູນສາທິດກະສິກຳຮ່ວມມືລາວ-ຈີນ,​ ທີ່ ແຂວງອຸດົມໄຊ
ວັນທີ 22 ເມສາ 2012

ການສ້າງຕັ້ງສາຍພົວພັນການທູດລາວ-ຈີນໃນວັນທີ 25 ເມສາ 1961 ແມ່ນຈຸດເລີ່ມ ເຮັດໃຫ້ການພົວພັນ ລາວ-ຈີນ
ເປັນໄປຕາມຫຼັກສາກົນຂອງການພົວພັນ ລະຫວ່າງຊາດ ແລະ ການສ້າງຕັ້ງການພົວພັນລາວ-ຈີນ ເປັນຄູ່ຮ່ວມມືຍຸດທະ
ສາດຮອບດ້ານ ໃນວັນທີ 9 ກັນຍາ 2009ນັ້ນ ແມ່ນຈຸດເລີ່ມເຮັດໃຫ້ການພົວພັນລະ ຫວ່າງສອງປະເທດໄດ້ເຂົ້າສູ່ໄລຍະ
ຂອງການພັດທະນາອັນໃໝ່, ການພົວພັນຮ່ວມມືລະຫວ່າງສອງຝ່າຍກໍກວ້າງຂວາງກວ່າເກົ່າ; ດັ່ງນັ້ນ,​ສອງຝ່າຍຕ້ອງຊຸກຍູ້
ການຮ່ວມມື ຮອບດ້ານລາວ-ຈີນ ໃຫ້ດີຂຶ້ນສູ່ລະດັບໃໝ່ເລື້ອຍໆ, ເຮັດໃຫ້ມິດຕະພາບລາວ-ຈີນ ເກີດດອກອອກຜົນ ແລະ
ລົງເລິກເຂົ້າສູ່ດວງໃຈຂອງປະຊາຊົນເລື້ອຍໆໄປ!
 


ຫໍປະຊຸມແຫ່ງຊາດ
ທີ່ນະຄອນຫຼວງວຽງຈັນ,  ສປ ຈີນ ໃຫ້ການຊ່ວຍເຫຼືອ


      ເນື່ອງໃນໂອກາດສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 52 ປີ, ຂໍອວຍພອນ ໃຫ້ສາຍພົວພັນມິດຕະ
ພາບແລະຄວາມສາມັກຄີອັນເປັນມູນເຊື້ອ, ການ ພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອການພັດທະນາ ແລະຄວາມ
ໝັ້ນຄົງ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ລະຫວ່າງປະຊາຊົນລາວ ແລະ ປະຊາຊົນ ຈີນ ຈົ່ງໝັ້ນຄົງຂະໜົງ
ແກ່ນຊົ່ວກາລະນານ !

ຂໍໃຫ້ມິດຕະພາບລາວ-ຈີນ ຍາວນານ ແລະ ໝັ້ນຄົງຊົ່ວຟ້າດິນສະຫຼາຍ!