ທ່ານ​ບຸນ​ຍັງ ວໍລະ​ຈິດ​ຕ້ອນຮັບການເຂົ້າ​ຢ້ຽມ​ອຳ​ລາ​ຂອງທ່ານນາງ​ປູ້​ຈ້ຽນກົວ​

(GMT+08:00) 2013-04-29 17:53:17     cri
ວັນ​ທີ29​ເມສາ​ນີ້, ທີ່​ຫໍຄຳ, ທ່ານ​ບຸນ​ຍັງ ວໍລະ​ຈິດ,​ຮອງ​ປະທານ​ປະ​ເທດ​ລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ອຳ​ລາ​ຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໃນ​ໂອກາດ​ທີ່​ທ່ານ​ຈະ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ປະຈຳ​ລາວ. ​


​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ຕີ​ລາຄາ​ສູງ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ​ໃນ​ຕະຫຼອດ​ໄລຍະ​ເວລາ3ປີ​ທີ່​​ປະຕິບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່​ສປປລາວ​ແລະ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ລົງ​ເລິກ​ເພື່ອ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ຖານ​ສະຫາຍ​ອ້າຍ​ນ້ອງ​ແລະ​ຮັດ​ແໜ້ນ​ສາຍ​ພົວພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະ ຫວ່າງ​ສອງ​ພັກ​ສອງ​ລັດ​ແລະ​ປະຊ​າຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ຕະຫຼອດ​ມາ.

ນອກ​ນີ້, ທ່ານບຸນ​ຍັງ ວໍລະ​ຈິດ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເປັນ​ຢ່າງ​ສູງ​ຕໍ່ທ່ານນາງ​ປູ້​ຈ້ຽນກົວ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ຂົນຂວາຍ​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ຈີນ​ໃຫ້​ແກ່​ລັດຖະບານ​ລາວ​ຢ່າງ​ຫຼວງ​ຫຼາຍ, ​ເອົາ​ໃຈ​ໃສ່​ປະ​ກອບ​ສ່ວນ​ຊຸກຍູ້​ນັກ​ລົງທຶນ​ຂອງ​ສປຈີນ​ເຂົ້າ​ມາ​ລົງທຶນ​ຢູ່​ລາວ​ໃຫ້​ຫຼາຍ​ຂຶ້ນ, ​ແລະອວຍພອນ​ໃຫ້​ທ່ານ​ນາງ​ປູ້​ຈ້ຽນກົວ​ຈົ່ງ​ມີ​ພະ​ລາ​ນາ​ໄມ້​ສົມບູນ​ແລະ​ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ອັນ​ສູງ​ສົ່ງ.