ພິທີ​ມອບ​ຮັບ​ຍົນ MA600 ຈໍານວນ 2 ລໍາຈາກ​ຈີນ​ໃຫ້​ແກ່​ລາວ

(GMT+08:00) 2013-04-30 12:59:03     cri


ພິທີມອບຮັບ

ຕາມ​ຂ່າວ​CRI: ​ວັນ​ທີ 29 ​ເມສານີ້, ​ພິທີ​ມອບ​ຮັບ​ຍົນ MA600 ຈໍານວນ 2 ລໍາທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ຊື້​ນຳ​ບໍລິສັດຊີ​ອານ​ຜະລິດ​ເຮືອບິນ​ສາກົນຈີນ​ຈໍາກັດ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫລວງ​ວຽງ​ຈັນຢ່າງ​ເປັນ​ທາງ​ການ.


ຍົນ MA600

​ໃນ​ພິທີ​ດັ່ງກ່າວ, ທ່ານ ພັນ​ເອກ ຄຳ​ພັດ ພິມ​ມະຫາ​ໄຊ ​ຫົວໜ້າ​ກົມ​ທະຫານ​ອາກາດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວກ່າ​ວວ່າ, ນີ້​ແມ່ນ​ຄັ້ງທີ​ສອງ​ທີ່ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ຊື້​ຍົນ​ຈາກ​ບໍລິສັດ​ຊີ​ອານ​ຜະລິດ​ເຮືອບິນສາກົນ​ຈີນ, ຍົນ​MA60 ສອງ​ລຳ​ທີ່​​​ຊື້​ມາ​ຄັ້ງທຳ​ອິດ​ໄດ້​ສ້າງ​ພື້ນຖານ​ການ​ຮ່ວມ​ມື​ທີ່​ດີ​ໃຫ້​ແກ່​ທັງ​ສອງ​ຝ່າຍ, ​ເຊື່ອ​ວ່າ, ຍົນMA600 ສອງ​ລຳນີ້​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການສ້າງສາພັດທະນາ​ເສດຖະກິດ​ສັງຄົມ​ລາວອີກ​ເທື່ອ​ໜຶ່ງ.


ທ່ານ​ຈ່າງ​ສຽວ​ຫົງ, ຮອງ​ຜູ້ອຳນວຍການ​ໃຫຍ່​ຂອງ​ບໍລິສັດ​ຊີ​ອານ​ຜະລິດ​ເຮືອບິນ​ສາກົນ​ຈີນ​ກ່າວ​ວ່າ, ​ແຕ່​ຊຸມ​ປີ 1990 ​ເປັນຕົ້ນມາ, ຍົນY7​ແລະMA60 ຂອງ​ບໍລິ ສັດຊີ​ອານ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂອງ​ບໍລິສັດ​ການບິນ​ລາວ​ແລະ​ກົມ​ທະຫານ​ອາກາດ​ລາວ, ຊຶ່ງ​ໄດ້​ກາຍ​ເປັນ​ແບບຢ່າງ​ການ​ຮ່ວມ​ມື​ທີ່​ສຳ​ເລັດ​ຜົນ​ໃນ​ຂົງ​ເຂດ​ເຕັກນິກ​ການບິນ​ລະຫວ່າງ​ສອງ​ປະ​ເທດ​ຈີນ-​ລາວ, ​ເທື່ອ​ນີ້, ຍົນMA600 ​ເຂົ້າສູ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ຢ່າງ​ສະດວກ​ແລະ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂອງ​ທະ ຫານ​ອາກາດ​ຂອງ​ລາວ ຈະ​ເປັນ​ການ​ຮ່ວມ​ມື​ທີ່​ສຳ​ເລັດ​ຜົນ​ອີກ​ຄັ້ງໜຶ່ງ​ໃນ​ປະ​ຫວັດ​ການບິນ​ຈີນ-​ລາວ.


ຍົນ MA600 ​ແມ່ນ​ຜະລິດ​ຕະພັນ​ລຸ້ນ​ໃໝ່​ຂອງ​ຍົນ​ລະ​ບົບMAຂອງ​ບໍລິສັດ​ຊີ່​ອ່ານ​ຜະລິດ​ເຮືອບິນ​ສາກົນ​ຈຳກັດ, ​ເລີ່​ມຄົ້ນຄວ້າ​ຜະລິດ​ແຕ່​ປີ 2005, ​ແລະ​ທົດ​ລອງ​ບິດຢ່າງ​ສຳ​ເລັດ​ຜົນ​ໃນ​​ເດືອນ​ຕຸລາ 2008. ​ຖ້າ​ທຽບ​ໃສ່ຍົນMA60​ແລ້ວ, ຍົນ MA600 ຈະສະບາຍ​ກວ່າ, ​ປອດ​ໄພ​ກວ່າ, ປະຢັດ​ກວ່າ​ແລະ​ເປັນ​ມິດ​ສິ່ງ​ແວດ​ລ້ອມ​​​ຫຼາຍ​ກວ່າ.