ທ່ານທອງ​ບັນ ​ແສງ​ອາພອນ​ຕ້ອນຮັບການເຂົ້າ​ຢ້ຽມ​ອຳ​ລາ​ຂອງທ່ານນາງ​ປູ້​ຈ້ຽນກົວ​

(GMT+08:00) 2013-04-30 17:18:27     cri


ວັນ​ທີ30​ເມສາ​ນີ້, ທີ່​ຫໍຄຳ, ທ່ານດຣ.ທອງ​ບັນ ​ແສງ​ອາພອນ,​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ອຳ​ລາ​ຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໃນ​ໂອກາດ​ທີ່​ທ່ານ​ຈະ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ປະຈຳ​ລາວ. ​

​ໃນ​ໂອກາດ​ດັ່ງກ່າວ, ທ່ານທອງ​ບັນ ​ແສງ​ອາພອນໄດ້​ຕີ​ລາຄາ​ສູງ​ຕໍ່ວຽກ​ງານຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ​ໃນ​ ​ໄລຍະ​​ປະຕິບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່​ສປປລາວ​ແລະ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ຊຸກ​ຍູ້​ສາຍ​ພົວພັນ​ມິດຕະພາບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໂດຍສ​ະ​ເພາະ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະ​ເທດ​ລາວ​ຈີນ.

ທ່ານ​ນາງ​ປູ້​ຈ້ຽນກົວ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ທອງ​ບັນ​ກໍ່​ຄື​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ຫຼວງ​ຫຼາຍ​ແກ່​ວຽກ​ງານ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ​ໃນ​ໄລຍະ​ຜ່ານ​ມາ. ນອກ​ນີ້,​ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວ​າມຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ເຮັດ​ແນວ​ໃດ​ເພື່ອ​ຊຸກຍູ້​ໃຫ້ການ​ພົວພັນ​ສອງ​ປະ​ເທດ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ການຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະ​ເທດ​​ໄດ້​ຮັບ​ຄວາມ​ຂະຫຍາຍຕົວ​ຕື່ມ​ອີກ.