ທ່ານທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​​​ໃຫ້​ຄຳ​ຕອບ​ຕໍ່​ຄວາມ​ເວົ້າ​ຂອງລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ​ອາ​ເມ​ລິ​ກາກ່ຽວ​ກັບ​ບັນຫາ​​ເກາະຕ້ຽວ​ອີ

(GMT+08:00) 2013-05-01 15:12:21     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ29 ​ເມສາ​ແລ້ວນີ້​,​ໃນ​ເວລາທ່ານ​ຊາກ ຮາ​ເກນ, ລັດຖ​ະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິກາກັບ​ທ່ານ​ອິ​ຊູ​ໂນຣີ ​ໂອ​ໂນ​ເດຣະ,ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່​ປຸ່ນຮ່ວມ​ກັນ​ພົບ​ປະ​ນັກ​ຂ່າວນັ້ນ,ທ່ານ​ກ່າວ​ວ່າ,ອາ​ເມ​ລິ​ກາຮັບຮອງ​ເກາະ​ຕ້ຽວ​ອີ​ຢູ່​​ໃຕ້​ການຄຸ້ມ​ຄອງ​ຂອງ​ຍີ່​ປຸ່ນ,"ສົນທິສັນຍາ​ປ້ອງ​ກັນ​ຄວາ​ມປອດ​ໄພອາ​ເມ​ລິ​ກາ​-ຍີ່​ປຸ່ນ"​​​ແມ່ນເຫມາະ​​ໃຊ້​ກັບ​ເກາະ​ຕ້ຽວ​ອີ;ອາ​ເມ​ລິ​ກາ​ຄັດຄ້ານ​ການ​ເຄື່ອນ​ໄຫວ​​​ແຕ່​ຝ່າຍ​ດຽວ​ຫຼືການ​ເຄື່ອນ​ໄຫວ​ທີ່​ມີ​ລັກສະນະ​ຂົ່ມຂູ​ຄ່ດ້ວຍ​ທຸກ​ຮູບການເພື່ອທຳລາຍ​ສິດ​ຄຸ້ມ​ຄອງ​ຂອງ​ຍີ່​ປຸ່ນ;ຫວ່າ​ງ ກ່ອນ​ນີ້ບໍ່​ດົນ​​,ທ່ານ​ເດັ​ມຊີ,ປະທານສະພາ​ເສນາ​ທິການ​ໃຫຍ່​ຂອງ​ກອງທັບ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ຂ່າວ​ດັ່ງກ່າວ​ນີ້​ຕໍ່​ຈີນໃນ​ເວລາ​ທ່ານຢ້ຽມຢາມຈີນ.

ວັນ​ທີ30​ເມສາ​ນີ້,​ໃນ​ເວລາທ່ານ​ຊຸ່ນຖ່ຽນ​ຄາຍ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​​ໃຫ້ສຳພາດຕໍ່​ນັກ​ຂ່າວ​ສື່​ມວນ​ຊົນ​ຈີນບາງ​ແຫ່ງ​ປະຈຳ​ອາ​ເມ​ລິ​ການັ້ນ, ທ່ານ​ກ່າວ​ວ່າ,ຄວາມ​ເວົ້າ​ສ່ວນ​ຫນຶ່ງ​ຂອງ​ທ່ານ​ຮາ​ເກນ​ກ່ຽວ​ກັບ​ເລື່ອງ​ທ່ານ​​ເດັມຊີ​ຢ້ຽມຢາມ​ຈີນ​ແລະເຈລະຈາ​ກັບ​ຈີນນັ້ນ​ບໍ່​ສອດຄ່ອງ​ກັບຄວາມ​ເປັນ​ຈິງ. ທ່ານ​ກ່າວ​ວ່າ:"ຈີນ​ກັບ​ທ່ານ​ເດັມຊີ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເ​ຫັນກ່ຽວກັບ​ຫົວ​ຂໍ້​ອັນ​ກວ້າງຂວາງ,ຈີນ​ໄດ້​ບັນ​ລະ​ຍາຍ​ຫຼັກ​ຫມັ້ນ​ແລະ​ຄວາມ​ເຫັນ​ຂອງ​ຈີນ​ຢ່າງ​ຈະ​ແຈ້ງ,​ເຊື່ອ​ວ່າ​ຝ່າຍທີ່​ກ່ຽວຂ້ອງ​ຂອງ​ອາ​ເມ​ລິ​ກາ​​ໄດ້​ຮັບ​ແຈ້ງການ​ກ່ຽວ​ກັບ​ການ​ເຈລະຈາ​ເຫຼົ່າ​ນີ້​​ແລ້ວ,​ແລະ​ກໍ່ຮູ້​ເຖິງສະພາບ​ຕົວຈິງ​."

ທ່ານ​ກ່າວ​ເນັ້ນ​ວ່າ,​ໃນ​ບັນຫາ​ເກາະ​ຕ້ຽວ​ອີ,ຍີ່​ປຸ່ນ​ໄດ້​ກໍ່ແລະ​ເຮັດ​ໃຫ້​ສະຖານະ​ການ​​ເຄັ່ງ​ຕຶງ​ຂຶ້ນ​,ຝ່າຍ​ທີ່​ໃຊ້​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຫຼື​ການ​ເຄື່ອນ​ໄຫວ​ທີ່​ມີ​ລັກສະນະ​ຂົ່ມຂູ່​ນັ້ນ​ກໍ່​ແມ່ນ​​ຍີ່ປຸ່ນ​ເຊັ່ນ​ກັນ.

ທ່ານ​ຊຸ່ຍ​ຖ່ຽນຄາຍ​ກ່າວ​ວ່າ,ຕ້ອງ​ມີ​ສະຕິລະວັງ​ຕົວ​ຕໍ່ທິດ​ຂະຫຍາຍ​ອັນ​ຫຍໍ້​ທໍ້​ຂອງ​ວົງ​ການ​ການ​ເມືອງ​ຍີ່​ປຸ່ນທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້.ຫວ່າງ​ບໍ່​ດົນ​ນີ້,ບຸກຄົນ ສຳຄັນ​ທາງ​ການ​ເມືອງ​ແລະ​ສະມາຊິກ​ສະພາ​ຈຳນວນຫນຶ່ງ​ຂອງ​ຍີ່ປຸ່ນ​ໄດ້​ໄປ​​ເຄົາ ລົບຫໍ​ໄຫວ້​ຢາ​ຊຸ​ຄຸ​ນິ, ຍັງ​ມີ​ບຸກຄົນ​ທາງ​ການ​ເມືອງ​ຂອງ​ຍີ່ປຸ່ນ​ອອກ​ຖ້ອຍ​ຄວາມ​ກ່ຽວ​ກັບ​ການ​ຮຸກ​ຮານ​ທີ່​ຍັງ​ບໍ່​ທັນມີ​ຄຳ​ນິຍາມ,​ແລະ​ໃສ່​​ເສື້ອ​ລາຍ​ພາງ​ຂຶ້ນ​ລົດ​ຕັງສູ້ຣົບ. ທິດ​ຂະຫຍາຍ​ເຫຼົ່ານີ້​ຂອງ​ຍີ່​ປຸ່ນ​​ໄດ້​ລະ​ເມີດ​ຄວາມ​ມຸ້ງ​ມາດ​ປາຖະຫນາ​ທົ່ວ​ໄປ​​ແລະ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ປະຊາ​ຄົ​ມ​ໂລກ,​ແລະ​ກໍ່​ບໍ່​ສອດຄ່ອງ​ກັບ​ຄວາມ​ປາຖະຫນາ​ແທ້​ຈິງ​ຂອງ​ປະຊາຊົນ​ຍີ່​ປຸ່ນ,​ໃນທີ່​ສຸດ​ກໍ່​ຍ່ອມ​ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດອັນ​ຍາວ​ໄກ​ຂອງ​ຍີ່​ປຸ່ນ.