ຈັດ​ງານ​ລ້ຽງອຳລາຂອງທ່ານນາງປູ້ຈ້ຽນກົວ ເອກອັກຄະລັດຖະທູດຈີນປະຈຳລາວ

(GMT+08:00) 2013-05-01 17:17:31     cri


ວັນທີ30ເມສາແລ້ວນີ້ຢູ່ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດງານລ້ຽງອຳລາຂອງທ່ານ​ນາງ​ປູ້​ຈ້ຽນກົວ,​​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ລາວ,​ ທ່ານ​ສິນ​ລະ​ວົງ ຄຸດ​ໄພທູນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ, ປະທານ​ສະມາຄົມ​ມິດຕະພາບ​ລາວ​ຈີນພ້ອມ​ພັນ​ລະ​ຍາ,​ ລັດຖະມົນຕີ​ວ່າການ,​ຊ່ວຍ​ວ່າການ, ທຸ​ຕາ​ນຸທູດ​ແລະ​ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ປະຈຳ​ລາວ, ຊາວຈີນ​ຕ່າງ​ດ້າວ,​ວິ​ສາ​ຫະກິດ​ຈີນ,​ຄູ​ອາຈານ​ແລະ​ນັກ​ສຶກສາ​ຄົນ​ຈີນ​ລວມ 300 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ເທື່ອ​ນີ້.

​ໃນ​ງານ​ລ້ຽງ,​ ທ່ານ​ນາງ​ປູ້​ຈ້ຽນກົວ​ກ່າວ​ວ່າ,​ຈີນ​ກັບ​ລາວ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​​ເພື່ອນ​ມິດ​ທີ່​ດີ,​ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ, ​ສອງ​ຝ່າຍ​ໄດ້​ຊ່ວຍ​ເຫຼືອ​​ເຊິ່ງກັນ​ແລະ​ກັນ​ໃນ​ເສັ້ນທາງ​ສັງຄົມ​ນິຍົມ,​​ ໃນ​ເວລາ3ປີ​ທີ່​ດຳລົງ​ຕຳ​​ແໜ່​ງ,​ທ່ານ​ໄດ້​ເປັນ​ສັກ ຂີ​ພິຍານ​ໃກ້​ແກ່​ການ​ຂະຫ​ຍາ​ຍຕົວ​ລົງ​ສູ່​ລວງ​ເລິກ​ຂອງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຈີນ​ລາວ,​ ​ເຊິ່ງການ​ພົວພັນ​ແນວ​ນີ້​ແມ່ນ​ສ້າງ​ຂຶ້ນ​ບົນ​ພື້ນຖານ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​​ເຄົາ​ລົບ​ເຊິ່ງກັນ​ແລະ​ກັນ,​​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດຮ່ວມ​ຂອງ​ສອງ​ປະ​ເທດ.​ ທ່ານ​ເຊື່ອ​​ໝັ້ນ​ວ່າ, ມິດຕະພາບ​ຈີນ-​ລາວ​ຈະ​ທົນ​ທານ​ຕໍ່​ການ​ທົດ​ສອບ​ຫຼາຍ​ຢ່າງ, ​ແລະ​ຈະ​ມີ​ອະ ນາຄົດ​ທີ່​ສວຍ​ງາມຢ່າງ​ແນ່ນອນ.

ສຸດ​ທ້າຍ,​ທ່ານ​ນາງ​ປູ້​ຈ້ຽນກົວ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ​ແລະ​ລັດຖະບານ​ລາວ,​ກໍ່​ຄື​ວົງ​ການ​ຕ່າງໆ​ທີ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ແລະ​ສະໜັບ​ສະໜູນ​ການ​ຂະຫຍາຍ​ສາຍ​ພົວພັນ​ຈີນ-​ລາວ,​​ແລະ​ໃຫ້ການ​ສະໜັບສະໜູນ​ຕໍ່​ວຽກງານ​ຂອງ​ທ່ານ​ກໍ່​ຄື​ວຽກ​ງານ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ.