ລັດຖະບານ​ລາວ​ມອບຫຼຽນ​ກາມິດຕະພາບ​ໃຫ້​ແກ່ທ່ານນາງ​ປູ້​ຈ້ຽນ​​ໂກ໋ ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ລາວ​ ​

(GMT+08:00) 2013-05-03 19:06:02     cri


ວັນ​ທີ3ພຶດສະພາ​ນີ້, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ,​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ໄດ້​ປະດັບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ທ່ານ​ນາງ​ປູ້​ຈ້ຽນກົວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ.


ວັນ​ທີ3ພຶດສະພາ​ນີ້, ທ່ານ​ທອງ​ລຸນ ສີ​ສຸດ​ລິດ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຢາມ​ຂ່ຳນັບ​ອຳ​ລາ​ຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ. ທ່ານ​ທອງ​ລຸນ ສີ​ສຸ​ລິດ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ປະກອບສ່ວນ​ຢ່າງ​ຫ້າວຫັນ​ແລະ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ເປັນ​ມູນ​ເຊື້ອ​ແລະ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ລາວ​ຈີນ​ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ​ຕະຫຼອດ​ມາ, ​ເຊິ່ງການ​ມອບ​ຫຼຽນ​ໄຊ​ມິດຕະພາບ​ຄັ້ງ​ນີ້, ​ແມ່ນ​ສະ​ແດງ​ເຖິງ​ການ​ຕີ​ລາຄາ​ສູງ​ແລະ​ຄວາມ​ຮູ້​ບຸນ​ຄູນ​ຂອງ​ພັກ​ແລະລັດຖະບານ​ລາວ​ຕໍ່​ຜົນງານ​ແລະ​ປະກອບສ່ວນ​ອັນ​ສຳຄັນ​ຂອງ​ທ່ານ​ນາງ​ປູ້​ຈ້ຽນກົວ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ພັກ​ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ໃຫ້​ແຕກ​ດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ.


ທ່ານນາງ​ປູ້​ຈ້ຽນກົວ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ມອບ​ຫຼຽນ​ໄຊ​ມິດຕະພາບ​ຂອງ​ລັດຖະບານ​ລາວ, ​ແລະ​ກ່າວ​ວ່າ, ປະຈຸ​ບັນ​ນີ້, ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຈີນ​ລາວ​ພວມ​ຢູ່​ໃນ​ໄລຍະ​ທີ່​ດີ​ທີ່​ສຸດ​ໃນ​ປະຫວັດສາດ, ການ​ຮ່ວມ​ມື​ສອງ​ຝ່າຍ​ຍັງ​ມີ​ຊ່ອງ​ຫວ່າງ​ພັດທະນາ​ຢ່າງ​ກວ້າງຂວາງ, ​ໃນ​ຕໍ່ໜ້າ​ນີ້, ບໍ່​ວ່າ​ທ່ານ​ຢູ່​ບ່ອນ​ໃດ​ກໍ່ຕາມ, ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ການ​ພັດທະນາ​ຂອງ​ປະ​ເທດ​ລາວ, ​ແລະ​​ເອົາ​ໃຈ​ໃສ່​ພາລະກິດ​ມິດຕະພາບ​ສອງ​ປະ​ເທດ​ຈີນ​ລາວ​ໃນ​ທຸກ​ເວລາ.