ປະທານ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ:ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ​ໃນ​ປະຈຸ​ບັນ​ຕ້ອງ​ຖື​ການຈັດ​ສັນ​ປະຊາຊົນຜູ້​ປະສົບ​ໄພ​ເປັນ​ໜ້າ​ທີ່​ໃຈກາງ

(GMT+08:00) 2013-05-04 13:43:42     cri
ວັນ​ທີ 2 ພຶດສະພາ​ນີ້,ທ່ານ​ສີ​ຈິ້ນ​ຜິ​ງ,​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ປະ​ເທດ​ຈີນ,ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​​ໃຫ້​ຄຳ​ຊີ້​​ແນະອັນ​ສຳຄັນ​ກ່ຽວ​ກັບວຽກງານ​ກູ້​ໄພ​​​ແຜ່ນດິນ​ໄຫວ​ຢູ່​ເມືອງ​ລູຊ່ານ​​ໃນ​ປະຈຸ​ບັນ​ໃຫ້​ດີ,ທ່ານ​ກ່າວ​ວ່າ:ວຽກ​ງານ​ຊ່ວຍ​​ເຫຼືອ​​ແລະ​ກູ້​ໄພ​ແຜ່ນດິນ​ໄຫວ​ວັນ​ທີ 20 ​ເມສາ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ,ວຽກ​ງານໃນ​ປະຈຸ​ບັນ​ຕ້ອງ​ຖື​ການຈັດ​ສັນ​ປະຊາຊົນ​ຜູ້ປະສົບ​ໄພ​ເປັນ​ໜ້າ​ທີ່​ໃຈກາງ,ພ້ອມ​ກັນ​ນັ້ນ,ຕ້ອງ​ເລັ່ງລັດ​ວຽກ​ງານ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່ຫຼັງ​ໄພ​ແຜ່ນ​ດິນ​ໄຫວ​ໄລຍະ​ເບື້ອງ​ຕົ້ນ.

ປະຈຸ​ບັນ,ປະຊາຊົນ​ຜູ້​ປະສົບ​ໄພ​​ໄດ້​ຍ້າຍ​ໄປ​ຢູ່​ບ່ອນ​ທີ່​ປອດ​ໄພ​ໂດຍ​ພື້ນຖານ​ແລ້ວ,ພື້ນຖານ​ໂຄງ​ລ່າງ​ຕ່າງໆ​​ເຊັ່ນ​ນ້ຳ​ປະປາ,​​ເສັ້ນທາງ​ຄົມມະນາຄົມ,​ໄຟຟ້າ​,ສື່ສານ​ແລະ​ອື່ນໆ​ໄດ້​ຮັບ​ການ​ຟື້ນ​ຟູ​ເທື່ອ​ລະ​ກ້າວ,​ໂຮງຮຽນ​ສ່ວນ​ຫຼາຍ​ໄດ້​ໃຫ້​ນັກຮຽນ​ເຂົ້າ​ຮຽນ​ຄືນ​ໃໝ່,ຮ້ານຄ້າ​​ແຫ່ງ​ຕ່າງໆ​ກໍ່​ໄດ້​​ເລີ່​ມຟື້ນ​ຟູ​ການ​ທຸລະກິດ,​ເຂດ​ຊົນນະບົດສ່ວນ​ໜຶ່ງ​ກໍ່​ໄດ້​ເລີ່​ມ​ເຂົ້າ​ສູ່​ໄລຍະ​ເຮັດ​ໄຮ່​​ໄຖ​ນາ​ໃນ​ລະດູ​ໃບ​ໄມ້​ປົ່ງ,ການ​ຜະລິດ​​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ເຂດ​ປະສົບ​ໄພ​ກຳລັງຟື້ນ​ຟູ​ເປັນ​ປົກກະຕິ,ປະຊາຊົນ​ມີ​ຈິດ​ໃຈ​ສະຫງົບ,ສັງຄົມ​ມີ​ສະຖຽນ​ລະ​ພາບ.