ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ:ການ​ຢ້ຽມຢາມ 4 ປະ​ເທດ​ຄື​ໄທ ອິນ​ໂດ​ເນ​ເຊຍ ສິງກະ​ໂປ​ແລະ​ບຣູ​ໄນ​ແມ່ນ​ການ​ຢ້ຽມຢາມ​​ເພື່ອແລກ ປ່ຽນ​ຄວາມ​ເຫັນ​ແລະ​ຮ່ວມ​ມືກັນ

(GMT+08:00) 2013-05-05 15:27:11     cri
ແຕ່​ວັນ​ທີ 1 ຫາ​ວັນ​ທີ 5 ພຶດສະພາ​ນີ້,ທ່ານວາງ​ອີ້,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​​ໄປ​ຢ້ຽມຢາມ​ໄທ ​ອິນ​ໂດ​ເນ​ເຊຍ ສິງກະ​ໂປ​ແລະ​ບຣູ​ໄນ.​ໃນ​ເວລາ​ທ່ານ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນກ່ອນ​ຈະ​ສິ້ນ​ສຸດ​ການ​ຢ້ຽມຢາມ​ເທື່ອ​ນີ້,ທ່ານ​ກ່າວ​ວ່າ:ການ​ຢ້ຽມຢາມ 4 ປະ​ເທດ​ເທື່ອ​ນີ້​ແມ່ນ​ການ​ຢ້ຽມຢາມ​ເພື່ອ​ແລກປ່ຽນ​ຄວາມ​ເຫັນ​ແລະ​ຮ່ວມ​ມື​ກັນ.

ທ່ານ​ວາງ​ອີ້​ຊີ້​ອອກ​ວ່າ:ລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ພົວພັນ​ກັບປະ​ເທດ​​​ໃກ້​ຄຽງ,ຍິນ​ດີ​ຖືອາ​ຊຽນ​ໄວ້​ຢູ່​ຖານະ​ສຳຄັນ​ທີ່​ສຸດ​ແລະ​ໃຫ້​ບູລິ​ມະ​ສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ກັບປະ​ເທດ​​ໃກ້​ຄຽງ.ຈີນ​​​ເດັດດ່ຽວສະໜັບສະ​ໜູນ​ໃຫ້​ອາ​ຊຽນມີ​ການ​ພັດທະນາ,​​ເດັດດ່ຽວສະໜັບສະ​ໜູນອາ​ຊຽນ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ແລະ​ຫັນ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ,​ແລະ​​​ເດັດດ່ຽວສະໜັບສະ​ໜູນອາ​ຊຽນສືບ​ຕໍ່​​ເສີມ​ຂະຫຍາ​ຍບົດບາດນຳ​ໜ້າ​ໃນ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະ​ພາບກັນ​ອັນ​ສຳຄັນ​ທີ່​ໄດ້​ຮັບ​ໃນ​ການ​ຢ້ຽມຢາມ​ເທື່ອ​ນີ້,ທ່ານ​ວາງ​ອີ້​ຊີ້​ອອກ​ວ່າ:ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນສຳຄັນ​ແມ່ນ​ເປັນ​ເພື່ອນ​ບ້ານ​ໃກ້​​​ເຮື​ອນຄຽງ​ທີ່​ດີ​ຕໍ່​ກັນ,ຮ່ວມ​ມື​ແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ພັດທະນາ​ຮ່ວມ​ກັນ,ສອງ​ຝ່າຍ​ມີ​ຄວາມ​ສາມາດຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ເຊິ່ງລວມທັງ​ເຂດ​ທະ​ເລ​ຈີນ​ໃຕ້​​ໃຫ້​ດີ.ສອງ​ຝ່າຍ​ເຫັນ​ດີ​ນຳ​ກັນຈະ​ຍຶດໝັ້ນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນແລະ​ບັນຫາລະຫວ່າງ​ປະ​ເທດ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ​ດ້ວຍ​ການ​ປຶກສາ​ຫາລື​ກັນ​ຢ່າງ​ມີ​​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.