ທ່ານສີຈິ້ນຜິງພົບປະເຈລະຈາກັບທ່ານອັບບາສ ປະທານາທິບໍດີປາແລັສຕິນ

(GMT+08:00) 2013-05-06 13:04:40     cri


ທ່ານສີຈິ້ນຜິງແລະທ່ານອັບບາສເຂົ້າຮ່ວມພິທີເຊັນສັນຍາ

ວັນທີ 6 ພຶດສະພານີ້, ຢູ່​ຫໍ​ສະພາ​ປະຊາຊົນ,ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານມາຣ໌ມຸດ ອັບ​ບາສ, ປະທານາທິບໍດີ​ປາ​ແລັສຕິນທີ່​ພວມ​ຢ້ຽມຢາມຈີນ​ທາງ​ລັດຖະກິດ.

ທ່ານ​ສີ​ຈິ້ນຜິ​ງສະ​ແດງ​ຄວາ​ມຍິນ​ດີ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນຕໍ່​ທ່ານ​ອັບ​ບາສທີ່​ມາ​ຢ້ຽມຢາມ​ຈີນ​ແລະກ່າວ​ວ່າ, ທ່ານ​ປະທານາທິບໍດີ​ອັບ​ບາສ​ແມ່ນ​ປະມຸກ​ລັກຜູ້​ທຳ​ອິດ​ຂອງປະ​ເທດ​ທີ່ຢູ່​ເຂດອາຣັບ​ແລະ​ເຂດ​ຕາ​ເວັນ​ອອກ​ກາງ​ທີ່​ມາ​ຢ້ຽມຢາມ​ຈີນ​ພາຍຫຼັງລັດຖະບານ​ຈີນ​ປ່ຽນຊຸດ​ແລ້ວ,​ ​ເຊື່ອ​ວ່າ ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ອັບ​ບາສ​ເທື່ອ​ນີ້​ຈະ​ຊຸກຍູ້​ການ​ຂະຫຍາຍ​ຕົວຢ່າງ​ຮອບດ້ານ​ແຫ່ງການ​ພົວພັນ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ປາ​ແລັສຕິນ​ໃນ​ສະ​ໄໝ​ໃໝ່ຢ່າງ​ແຂງ​ແຮງ.

ທ່ານ​ອັບ​ບາສກ່າວ​ວ່າ, ​ແຕ່​ຊຸມ​ປີ 1960 ຈົນ​ຮອດ​ຊູ່​ມື້​ນີ້, ການ​ພົວພັນ​ລະຫວ່າງ​ປາ​ແລັສຕິນ ກັບ​ຈີນ​ໄດ້​ຮັບ​ການ​ຂະຫຍາຍຕົວ​ໃຫ້​ໝັ້ນຄົງ​ກວ່າ​ເກົ່າ, ສອງ​ຝ່າຍ​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະສັນ​ກັນ​ໃນ​ບັນຫາ​ພາກ​ພື້ນ ກໍ​ຄື​ບັນຫາ​ສາກົນ. ການ​ຢ້ຽມຢາມ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​ໄມຕີ​ຈິດ​ມິດຕະພາບ​ອັນ​ເລິກ​ເຊິ່ງລະຫວ່າງ​ປາ​ແລັສຕິນກັບ​ຈີນ​ຢ່າງ​ເຕັມ​ປ່ຽມ.