ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ຂໍ້​ສະ​ເໜີ 4 ຂໍ້​ໃນ​ເວ​ລາ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ອັບ​ບາສ ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັສ​ຕິນ

(GMT+08:00) 2013-05-06 14:52:18     cri
ວັນ​ທີ 6 ພຶດສະພາ​ນີ້,ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ ​ມາມຸດ ອາບັສ ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັສຕິນ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ສະ​ເໜີ​ຂໍ້​ສະ​ເໜີ4​ຂໍ້​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ແກ້​ໄຂ​ບັນຫາປາ​ແລັສຕິນ, ທ່ານ​ກ່າວ​​ເນັ້ນ​ວ່າ, ຈີນ​ເດັດດ່ຽວ​ສະໜັບສະ​ໜູນ​ພາລະກິດອັນເປັນ​ທຳ​ຂອງປະຊາຊົນ​ປາ​ແລັສຕິນ, ​ແລະ​ຍິນ​ດີ​ຮ່ວມ​ກັບປາ​ແລັສຕິນສືບ​ທອດ​ແລະ​ຂະຫຍາຍ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບປາ​ແລັສຕິນ.

ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ: ບັນຫາ​ປາ​ແລັສຕິນ​ແມ່ນ​ໃຈກາງ​ຂອງ​ບັນຫາ​ຕາ​ເວັນ​ອອກ​ກາງ, ຕ້ອງ​ຖື​ການ​ແກ້​ໄຂ​ບັນຫາ​ປາ​ແລັສຕິນ​ໄວ້​ຢູ່​ໃນ​ຖາ​ນະ​ທີ່​ສຳຄັນ​ແລະ​ພົ້ນ​ເດັ່ນ.ທ່ານ​ມີຈຸດ​ຢືນ4​ຂໍ້​ກ່ຽວ​ກັບ​ບັນຫາ​ນີ້,ຄື ໜຶ່ງ, ຄວນ​ຍຶດໝັ້ນ​ທິດ​ທີ່​ຖືກຕ້ອງ​ຄື​ປາ​ແລັສຕິນສ້າງ​ຕັ້ງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ, ປາ​ແລັສຕິນ​ແລະ​ອິສຣາ​ແອນ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ.

ສອງ, ຄວນ​ຖື​ການ​ເຈລະຈາ​ເປັນ​ວິຖີ​ທາງ​ພຽງ​ເສັ້ນດຽວ​ເພື່ອ​ບັນລຸ​ສັນຕິພາບ​ລະຫວ່າງ​ປາ​ແລັສຕິນ​ແລະ​ອິສຣາ​ແອນ.

ສາມ, ຄວນ​ຍຶດໝັ້ນ​ຫຼັກການ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ເອົາ​ດິນ​ແດນ​ແລກປ່ຽນ​ສັ​ນຕິ​ພາບ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ຊຸກ​ຍູ້​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ໃຫ້​ຂະຫຍາຍຕົວ​ຢ່າງຮອບດ້ານ.

ສີ່, ປະຊາ​ຄົມ​ໂລກ​ຄວນ​ອຳນວຍ​ການ​ຮັບປະກັນ​ອັນ​ສຳຄັນ​ໃຫ້​ແກ່​ການ​ຊຸກ​ຍູ້​ຂະ​ບວນການ​ສັນຕິພາບ. ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ປະຊາ​ຄົມ​ໂລກ​ຄວນ​ຍຶດຖື​ຫຼັກ​ໝັ້ນ​ທີ່​ພາວະ​ວິ​ໄສ​ແ​ລະ​ຍຸດຕິ​ທຳ, ຕັ້ງໜ້າ​ຊຸກ​ຍູ້​ການ​ເຈລະຈາ​ສັນຕິພາບ, ​ເພີ່ມ​ຄວາມ​ຊ່ວຍ​ເຫຼືອ​ໃຫ້​ປາ​ແລັສຕິນ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ການ​ຝຶກ​ອົບຮົມ​ຊັບພະຍາກອນ​ມະນຸດ, ການ​ກໍ່ສ້າງ​ດ້ານ​ເສດຖ​ະກິດ​ແລະ​ອື່ນໆ.

 ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ກວ່າ​ເຄິ່ງຕະຕະວັດ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ຈີນ​ກັບປາ​ແລັສຕິນ​ໄດ້​ມີ​ການ​ພັດທະນາ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,ຈີນ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​ແກ່​ປາ​ແລັສຕິນ​ໃນ​ດ້ານ​ການ​ພັດທະນາ​ແລະ​ການ​ກໍ່ສ້າງ,​ເພື່ອ​ຮ່ວມ​ກັນ​ສ້າງ​ໜ້າ​ປະ​ຫວັດ​ສາດ​ໃໝ່​ແຫ່ງ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ປາ​ແລັສ​ຕິນ.

ທ່ານ​ອາບັສກ່າວ​ເນັ້ນ​ວ່າ: ການ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ທາງ​ການ​ເມືອງ​ແມ່ນ​ທາງ​ອອກ​ທີ່​ດີ​ທີ່​ສຸດ​ແລະ​ກໍ່​ແມ່ນ​ທາງ​ອອກ​ພຽງ​​ເສັ້ນ​ດຽວ. ປາ​ແລັສ​ຕິນ​ຍຶດ​ໝັ້ນ​ທາງ​ເລື​ອກທີ່​ມີ​ສັນຕິພາບ, ສະ​ແຫວ​ງຫາ​ການ​ເຈລະຈາ​ສັນຕິພາບ​ບົນ​ພື້ນຖານ​ຂອງ​ແຜນການ​ສອງ​ປະ​ເທດ, ​ເພື່ອ​ໃຫ້​ປາ​ແລັສຕິນ​ແລະ​ອິສຣາ​ແອນ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິປະກົດ​ຜົນ​ເປັນ​ຈິງ​ໃນ​ທີ່​ສຸດ. ປາ​ແລັສຕິນຫວັງ​ຢາກ​ຮ່ວມ​ກັບ​ຈີນ​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ແລະ​ສະໜັບ​ສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ປາ​ແລັສຕິນຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຂອງ​ຈີນ​ໄປ​ລົງທຶນ​ຢູ່​ປາ​ແລັສຕິນ.