ລາວ​ຈັດ​ຊຸດ​ອົບ​ຮົມ​ໃຫ້​ນັກ​ຂ່າວ​ເພື່ອ​ນຳ​ໃຊ້​ພາສາ​ລາວ​ໃຫ້​ຖືກ​ຫຼັກການ​ໃນ​ສື່​ມວນ​ຊົນ

(GMT+08:00) 2013-05-08 11:01:33     cri


​ຈັດ​ຊຸດ​ອົບ​ຮົມ​ໃຫ້​ນັກ​ຂ່າວ​ເພື່ອ​ນຳ​ໃຊ້​ພາສາ​ລາວ​ໃຫ້​ຖືກ​ຫຼັກການ​ໃນ​ສື່​ມວນ​ຊົນ


ຕາມ​ຂ່າວ​CRI: ວັນ​ທີ 07 ພຶດສະພາ​ນີ້, ທີ່ສະມາຄົມນັກຂ່າວແຫ່ງປະເທດລາວ ໄດ້ເປີດພິທີເຝິກອົບຮົມນັກຂ່າວ​ໃຫ້​ແກ່​ສື່ມວນຊົນທຸກໆພາກສ່ວນ. ​ໂດຍພາຍໃຕ້ຫົວຂໍ້ທີ່ວ່າ: " ການນຳໃຊ້ພາສາລາວໃຫ້ຖືກຫຼັກການໃນສື່ມວນຊົນ " ເຊິ່ງໄດ້ເລີ່ມແຕ່ວັນທີ 07-10 ພຶດສະພາ ປີ 2013ນີ້.


ລາວ​ຈັດ​ຊຸດ​ອົບ​ຮົມ​ໃຫ້​ນັກ​ຂ່າວ​ເພື່ອ​ນຳ​ໃຊ້​ພາສາ​ລາວ​ໃຫ້​ຖືກ​ຫຼັກການ​ໃນ​ສື່​ມວນ​ຊົນ


ໃນພິທີໄຂເຝິກອົບຮົມ, ທ່ານ ສະຫວັນຄອນ ລາຊະມຸນຕີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງປະທານສະມາຄົມນັກຂ່າວແຫ່ງປະເທດລາວ ​ໄດ້ກ່າວ​ເປີດ​ພິທີ​​ແລະ​ກ່າວ​ຕໍ່​ອ້າຍ​ນ້ອງ​ສື່​ມວນ​ຊົນ​ທຸກໆພາກສ່ວນ​ວ່າ: ການ​ເປີດ​ຊຸດ​ອົບຮົມ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເປັນ​ການສ້າງສາ​ພັດທະນາ​ອ້າຍ​ນ້ອງ​ສື່​ມວນ​ຊົນ​ທຸກໆພາກສ່ວນ ​​ໃນນຳ​ໃຊ້​ພາສາ​ລາວ​ໃຫ້​ຖືກຕ້ອງ, ຖືກຫຼັກ​ໄວ​ຍະ​ກອນພາສາ​ລາວ ​ໃຫ້​ໄດ້​ດີກ​ວ່າ​ເກົ່າ.

ການ​ເຝິກອົບຮົມ​ໃນ​ຄັ້ງ​ນີ້ ມີ​ເນື້ອ​ໃນ​ເວົ້າ​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ພາສາ​ລາວ, ຂະ​ບວນການ​ວິວັດ​ໃນ​ອະດີດ​ຈົນ​ເຖິງ​ປະຈຸ​ນບັນ; ການ​ນຳ​ໃຊ້​ພາສາ​ລາວ​ທີ່​ຖືກຕ້ອງ​ໃນ​ສື່​ມວນ​ຊົນ​ລາວ, ສື່​ມວນ​ຊົນ​ລາວຄວນ​ປະກອບສ່ວນ​ໃນ​ການ​ປົກ​ປ້ອງ ​ແລະ ສົ່ງ​ເສີມ​ພາສາ​ລາວ​ຄື​ແນວ​ໃດ? ຄວາມ​ຮູ້​ກ່ຽວກັບ​ບົດບາດ​ສື່​ມວນ​ຊົນ; ການຂຽນສະກຣິບໂຄສະນາທາງໂທລະພາບ​ແລະວິທະຍຸ, ​ແລະເຕັກນິກໃນການບໍລິຫານຂ່າວ.​ເຊິ່ງຈະ​ບັນ​ລະ​ຍາຍ​ໂດຍ​ຜູ້​ຊ່ຽວຊານ​ຈາກ​ກະຊວງ​ຖະ​ແຫຼ​ງຂ່າວ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ ​ແລະມະຫາວິທະຍາ​ໄລ​ແຫ່ງ​ຊາດ​.