ທ່ານສະ​ເຕຟອນ ​ເປຣີ ປະທານ 48 group clubຂອງ​ອັງກິດລົງພິມ​ບົດ​ຄວາມ​ໂດຍ​ກ່າວ​ວ່າ ຂະນະ​ທາງ​ປະຫວັດສາດ​ທີ່ປະ​ເທດ​ຕາ​ເວັນ​ຕົກ​ແລະ​ຈີນ​ດຳ​ເນີນ​ການ​ຕິດ​ຕໍ່​ພົວພັນ​​​ແລກປ່ຽນ​ກັນ​ຢ່າງ​ຕັ້ງ​ໃຈ​​ໄດ້​ມາ​ເຖິງ​ແລ້ວ

(GMT+08:00) 2013-05-08 13:03:14     cri
ວັນ​ທີ 8 ພຶດສະພາ​ນີ້, ທ່ານ​ສຕີພອນ ​ເພີຣີ, ປະທານສະ​ໂມ​ສອນຂອງ 48​ກຸ່ມ​ບໍລິສັດ​ຫຼື 48 group club ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານຂອງ​ອັງກິດ​ໄດ້​ລົງ​ພິມ​ບົດ​ຄວາມ​​ໃນ "ໜັງສືພິມ​ເຢີ​ນມິນ​ຢື້​ປາວ"ຊຶ່ງ​ເປັນ​ໜັງສືພິມ​ສະບັບ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ໂດຍ​ຂຽນວ່າ, ຄຽງ​ຄູ່​ກັບ​ຈີນກ້າວ​​ໄປ​ສູ່​ການ​ຟື້ນ​ຟູຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຄືນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ດຽວ​ນີ້​ກໍ່​ມາ​ຮອດ​ຂະນະ​ທາງ​ປະຫວັດສາດທີ່​ປະ​ເທດ​ຕາ​ເວັນ​ຕົກ​ແລະ​ຈີນ​ດຳ​ເນີນ​ການ​ແລກປ່ຽນ​ປະສານ​ງານ​ກັນ​ຢ່າງ​ຕັ້ງ​ໜ້າ.

ທ່ານ​ສະ​ເຕຟອນ ​ເປີຣີສະ​ແດງ​ທັດສະນະ​ຂອງ​ຕົນ​ໃນ​ບົດ​ຄວາມ​ໂດຍ​ກ່າວ​ວ່າ, ​ເມື່ອ​ເວົ້າ​ເຖິງ​ຜົນສຳ​ເລັດ​ຂອງ​ຈີນ, ຄຳ​ສັບ​ທີ່​ວ່າ "​ເຂັ້ມ​ແຂງ​ຂຶ້ນ"​ແມ່ນ​ຄຳ​ສັບ​ທີ່​ບໍ່​ເໝາະ​ສົມ, ຄຳ​ເວົ້າ​ທີ່​ຖືກຕ້ອງ​ກວ່າ​ນັ້ນ​ຄວນ​ແມ່ນ "ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຄືນ​ໃໝ່​ຂອງ​ຈີນ". ​ໃນ​ປະຫວັດ 2000 ປີ​ທີ່​ຜ່ານ​ມາ, ຈີນ​ແມ່ນ​ອົງ​ກອນ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໃນ​ໄລຍະ​ປະມານ 1800 ປີ. ສິ່ງ​ທີ່​ໂລກ​ເຫັນ​ເປັນ​ປະຈັກ​ຕາ​ໃນ​ປັດຈຸບັນ​ແມ່ນ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຄືນ​ໃໝ່​ຂອງ​ຈີນ---ຄື​ກັບ​ຄືນ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ປະຫວັດສາດ.

ບົດ​ຄວາມ​ຂຽນ​ວ່າ,ຈີນ​ທີ່​ກຳລັງ​ຈະ​ເລີ​ນຮຸ່ງ​ເຮືອງ​ຄືນ​​ໃໝ່​ບໍ່​ມີ​ເຈດ​ຕະນາ​ຢາກ​ເປັນ​ປະ​ເທດ​ມະຫາ​ອຳນາດ, ​ແລະ​ບໍ່​ມີ​ຄວາມ​ທະ​ເຍີ​ທະຍານ​ທີ່​ຢາກ​ເປັນ​ເຈົ້າ​ໂລກ​ເຊັ່ນ​ກັນ. ຈີນ​ຕັ້ງໜ້າ​ພັດທະນາ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ, ຮັກສາ​ສະຕິ​ທີ່​​​​ປອດ​ໂປ່​ງ​ໃນ​ການ​​ເຂົ້າ​ຮ່ວມ​ວຽກ​ງານ​ຂອງ​ໂລກ. ປະ​ເທດຕາ​ເວັນ​ຕົກ​ຄວນ​ເປັນ​ເຈົ້າ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະພາບ​ຕົວ​ຈິງ​ທີ່​ຊັບ​ສົມບັດ​ແລະ​ລະບຽບສິດ​ອຳນາດ​ຜັດປ່ຽນ​ກັນ​. ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ຈະ​ແກ້​ໄຂ​ການ​ປ່ຽນ​ແປງ​ທີ່​ສັບສົນ​ແບບ​ນີ້​ໃຫ້​ດີ​ແນວ​ໃດ,ຈະ​ມີສ່ວນ​ພົວພັນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ໝົດ​ທຸກ​ຄົນ.