ທ່ານ​ຊາງ​ວ້ານຊວນ​ເຂົ້າຮ່ວມກອງ​ປະຊຸມລັດຖະມົນຕີວ່າການກະຊວງ​ປ້ອງ​ກັນ​ປະ​ເທດຈີນ​-ອາ​ຊຽນ

(GMT+08:00) 2013-05-08 09:43:07     cri

ວັນ​ທີ 7 ພຶດສະພາ​ນີ້,ທ່ານ​ຊາງ​ວ້ານຊວນ, ທີ່​ປຶກສາ​ແຫ່ງ​ລັດ, ທັງ​ເປັນ​ລັດຖະມົນຕີ​ວ່າ ການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ທີ່​ພວມ​ຢ້ຽມຢາມ​ບຼູ​ໄນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ​ແລະ​ອາຊຽນຄັ້ງທີ 3, ມີຜູ້ນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ​ແລະ​ຜູ້​ຮັບຜິດຊອບ​ຂອງ​ກອງ​ເລຂາ​ອາ​ຊຽນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະຊຸມ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ຈິງ​ໃຈ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວຽກງານ​ປ້ອງ​ກັນ​ແລະ​ຮັກສາຄວາມ​ໝັ້ນຄົງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ໂມ​ຮາ​ມັດ ຢັສມິນ, ປະທານ​ໝູນວຽນ​ຂອງ​ກອງ​ປ​ະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ, ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ຂອງ​ບຼູ​ໄນ​ໄດ້​ເປັນ​ປະທານ​​ກອງ​ປະຊຸມ. ທ່ານ​ກ່າວ​ວ່າ, ຈີນ​ແມ່ນ​ໜຶ່ງ​ໃນ​ບັນດາຄູ່ຮ່ວມ​ມື​ສຳຄັນທີ່​ສຸດ​ຂອງ​ອາ​ຊຽນ. ອາ​ຊຽນຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ, ຊຸກຍູ້​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ດ້ານ​ຍຸດ​ທະ​ສາດ​ແລະ​ການ​ພົວພັນ​ດ້ານ​ວຽກ​ງານ​ປ້ອງ​ກັນ​ລະຫວ່າງ​ສອງ​ຝ່າຍ​​ໃຫ້​ຂຶ້ນສູ່ລະດັບສູງ​ອັນ​ໃໝ່.

ທ່ານ​ຊາງ​ວ້ານຊວນ​ກ່າວ​ເນັ້ນວ່າ, ຈີນ​ຈະ​ຍຶດໝັ້ນຫຼັກການ​ແຫ່ງ "ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງ, ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນທີ່​ດີ", ຍິນ​ດີ​ຮ່ວມ​ກັບ​ພາກສ່ວນ​ວຽກ​ງານ​ປ້ອງ​ກັນ​ຂອງ​ບັນດາ​ປະ​ເທ​ດອາ​ຊຽນ, ບົນພື້ນຖານຫຼັກການ​ທີ່ "​ ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດແລະ​ເຫັນ​ໃຈ​ເຊິ່ງກັນ​ແລະ​ກັນ", ສືບ​ຕໍ່​ຊຸກຍູ້​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວຽກງານ​ປ້ອງ​ກັນ​​ແລະ​ການ​ພົວພັນຄູ່​ຍຸດ​ທະ​ສາດລະຫວ່າງ​ຈີນກັບ​ອາຊຽນ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ຈະ​ເລີ​ນ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.
ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ເຫັນ​ວ່າ, ກອງ​ປະຊຸມ​ປຶກສາ​ຫາລື​​ໄດ້​ສ້າງ​ເວທີ​ທີ່​ດີທີ່ຊ່ວຍ​ໃຫ້​ບັນດາ​ຝ່າຍ​ແລກປ່ຽນ​ຄວາມ​ເ​ຫັນ​​,​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ແລະອະທິບາຍຄວາມ​ບໍ່​ເຂົ້າ​ໃຈກ່ຽວ​ກັບ​ນະ​ໂຍບາຍ​ດ້ານ​ວຽກ​ງານ​ປ້ອງ​ກັນ, ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ຮ່ວມ​ມື​ດ້ານ​ການ​ຮັກສາ​ຄວາມ​ໝັ້ນຄົງ​ກັບ​ຈີນຕື່ມ​ອີກ.