ນັກ​ກິລາ​ລັກ​ບີ້​ທີມ​ຊາດ​ລາວ (ຊາຍ) ​ເດີນທາງ​ໄປ​ເມືອງ​ດູ​ໄບ ສໍາລັບ​ການ​ແຂ່ງຂັນ HSBC Asain 5 Nations Division IV ​ເທື່ອ​ທໍາ​ອິດ

(GMT+08:00) 2013-05-09 18:04:45     cri
​ໃນ​ວັນ​ທີ 6 ພຶດສະພາ 2013, ນັກ​ກິລາ​ ຣັກ​ບີ້ ທີ​ມຊາດ​ລາວ (ຊາຍ) ​ໄດ້​ເດີນທາງ​ໄປ​ເມືອ​ງດູ​ໄບ, ປະ​ເທດ ອາ​ຮັບ​ເອມີ​ເຣດເພື່ອ​ເຂົ້າ​ຮ່ວມ​​ແຂ່ງ​ຂັນ​ໃນ​ລາຍການ HSBC Asain 5 Nations Division IV ​ໃນ​ລະຫວ່າງ​ວັນ​ທີ 6-11 ພຶດສະພາ, ​ໂດຍ​ຈະ​ໄດ້​ພົບ​ກັບ​ທີ​ມຈາກ​ ປາ​ກີ​ສະຖານ ​ໃນ​ວັນ​ທີ 8 ພຶດສະພາ ​ແລະ ຈະ​ໄດ້​ພົບ​ກັບ ອຸສ​ເບ​ກີ​ສະຖານ ຫລື​ເລ​ບາ​ນອນ ​ໃນ​ວັນ​ທີ 10 ພຶດສະພາ.

HSBC Asain 5 Nations Division IV ​ແມ່ນ​ການ​ແຂ່ງຂັນ​ກິລາ ຣັກບີ້ ​ໃນ​ເຂດ​ອາຊີ, ມີ​ຫລາຍ​ກວ່າ 23 ປະ​ເທດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ທັງ 6 division V, ​ເປັນ​ເວລາ 4 ປີຕິ​ດຕໍ່​ກັນ ລວມທັງ​ການ​ແຂ່ງຂັນ​ໃນ​ປີຜ່ານມາ ທີ່​ທີ​ມລາວ​ສາມາດ​ເອົາ​ຊະນະ​ຄູ່​ແຂ່ງ​ຈາກ​ປະ​ເທດ​ກໍາ​ປູ​ເຈຍ ​ແລະ ບຼູໄນ ດ້ວຍ​ຄະ​ແນນ 128-4 ​ແລະ ລາງວັນ​ທີ່​ທີ​ມຊາດ​ລາວ (ຊາຍ) ​ໄດ້​ຮັບ​ກໍ່​ຄື​ການ​ເລື່ອນ​ຕໍາ​ແໜ່​ງສູ່​ການ​ແຂ່ງຂັນ​ໃນ Division IV , ຈະ​ພົບ​ກັບ​ທີ​ມຈາກ ປາ​ກີ​ສະຖາ​ນ ​ແລະ ​ເລ​ບາ​ນອນ ຫລື ອຸສ​ເບ​ກີຖານ. ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້​​ເປັນ​ການ​ແຂ່ງຂັນ​ໃນ​ລະດັບ​ສູງ​ທີ່​ສຸດ ທີ່​ທີ​ມຊາດ​ລາວ​ເຄີຍ​ໄດ້​ມີ​ມາ​ຈົນ​ເຖິງ​ປັດຈຸບັນ ​ແລະ ການ​ແຂ່ງຂັນ​ກໍ່​ຈະ​ມີ​ຄວາມ​ດຸ​ເດືອດ​ຫລາຍ ​ເມື່ອ​ປາ​ກີ​ສະຖານ, ອຸສ​ເບ​ກີ​ຖານ ​ຫລື ​ເລ​ບາ​ນອນ ຈະ​ລົງ​ສະໜາມ​ມາ​ພ້ອມ​ກັບ​ນັກ​ກິລາ​ທີ່​ມີ​ຮູບ​ຮ່າງ​ໃຫຍ່ ​ແລະ ​ແຂງ​ແຮງ.