ປະທານປະເທດຈີນພົບ​ປະ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ

(GMT+08:00) 2013-05-09 18:34:37     cri

 


ວັນ​ທີ 9 ​ພຶດສະພາ​ນີ້, ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະກັບ​ທ່ານ​ເບັນ​ຈາ​ມິນ ​ເນ​ທັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ການ​ບັນລຸ​ໃຫ້​ອິສຣາ​ແອນ​ແລະ​ປາ​ແລັດສຕິນ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ອິສຣາ​ແອນ​ກັບທຸກ​ປະ​ເທດ​ອາຣັບ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິນັ້ນ​ແມ່ນ​ເປົ້າ​ໝາຍ​ພະຍາຍາມ​ຂອງ​ບັນດາ​ຝ່າຍ​ແລະ​ຄວາມ​ປາຖະໜາ​ຂອງ​ປະຊາ​ຄົມ​ໂລກ. ຫວັງ​ວ່າ​ອິສຣາ​ແອນ​ແລະ​ປາ​ແລັສຕິນຈະ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ, ​ໃຊ້​ມາດ​ຕະການ​ຕົວ​ຈິງ​​ໃນ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ເປັນ​ກ້າວໆ, ຈັດການ​ເຈລະ​ຈາ​ສັນຕິພາບ​ຄືນ​ໃໝ່​​​ໂດຍ​ໄວແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ.


ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ເຂດ​ຕາ​ເວັນ​ອອກ​ກາງ​ຢູ່​ໃນ​ແປວ​ໄຟ​ສົງຄາມ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ,​ມາ​ຮອດ​ປະຈຸ​ບັນ​ກໍ່ຍັງ​ບໍ່​ມີ​ຄວາມ​ສະຫງົບ. ການສະ​ແຫວ​ງຫາ​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ຊຸກ​ຍູ້​ການ​ພັດທະນາ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້, ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ວຍ​ວິທີ​ທາງ​ການ​ເມືອງ​ແມ່ນ​ທາງ​ເລືອກ​ດ້ານ​ຍຸດ​ທະ​ສາດ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ຝ່າຍ​ຕ່າງໆ. ຈີນ​ຈະ​ສືບ​ຕໍ່​ຍຶດໝັ້ນ​ຈຸດ​ຢືນ​ທີ່​ພາວະ​ວິ​ໄສ​ແລະ​ຍຸດຕິ​ທຳ, ພະຍາຍາມ​ຊຸ​ກຍູ້​ການ​ເຈລະຈາ​ສັນຕິພາບ,ຊຸກ​ຍູ້​ໃຫ້​ບັນຫາ​ຈຸດ​ສຸມ​ໃນ​ພາກ​ພື້ນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ວິທີ​ທາງ​ການ​ເມືອງ,​ແລະ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ.

ໂອກາດ​ນີ້,ທ່ານ​ເນ​ທັນ​ຢາ​ຮູ​ໄດ້​ແຈ້ງ​​ໃຫ້​ຊາບຈຸດ​ຢືນ​ທີ່​ກ່ຽວຂ້ອງຂອງ​ອິສຣາ​ແອນ. ທ່ານ​ກ່າວ​ວ່າ: ອິສຣາ​ແອນ​ຮູ້​ດີ​ຕໍ່​ຄວາມທຸກທໍລະມານ​ຈາກ​ແປວ​ໄຟ​ສົງຄາມ, ຍິນ​ດີ​ຕ້ອນຮັບແລະ​ປາຖະໜາ​ຫາສັນຕິພາບ, ຍິນ​ດີ​ຈັດການ​ເຈລະຈາ​ເພື່ອ​ບັນລຸ​ສັນຕິພາບ. ອິສຣາ​ແອນ​ຍ້ອງຍໍ​ຈີນ​ທີ່​ໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຂະ​ບວນການ​ສັນຕິ​ພາບ​ຕາ​ເວັນ​ອອກ​ກາງ, ​ແລະ​ຍິນ​ດີ​ຮັກສາ​ການ​​ແລກປ່ຽນ​ຄວາມ​ເຫັນ​ກັບ​ຈີນ.