ປື້​ມປົກຂາວການ​ປ້ອງກັນ​ປະ​ເທດ​ສະບັບ​ໃໝ່ຂອງ​ອົສຕຼາລີ​ສະ​ແດງ​ຢ່າງ​ຈະ​ແຈ້ງວ່າ ​ບໍ່​ຖື​ຈີນ​ເປັນ​​ໄພ​ຂົ່ມຂູ່​ອີກຕໍ່​ໄປ

(GMT+08:00) 2013-05-09 11:33:21     cri
ຕາມ​ຂ່າວ CRI: ວັນ​ທີ 3 ພຶດສະພາ​ນີ້, ລັດຖະບານ​ອົສຕຼາລີ​ໄດ້​ເຜີຍ​ແຜ່​ປື້​ມປົກ​ຂາວ​ກ່ຽວ​ກັບການ​ປ້ອງ​ກັນ​ປະ​ເທດ​ສະບັບ​ໃໝ່. ​ເມື່ອ​ທຽບ​ກັບ​ປື້​ມປົກ​ຂາວ​ສະບັບ​​ເກົ່າ​, ຄຳ​ບັນ​ລະ​ຍາຍ​ກ່ຽວ​ກັບ​ຈີນ​ໃນ​ປື້​ມປົກຂາວສະບັບ​ໃໝ່​ນີ້​ໄດ້​ມີ​ການ​ປ່ຽນ​ແປງຫຼາຍພໍ​ສົມຄວນ. ​ໃນ​ນັ້ນ, ສິ່ງ​ທີ່​ປະຈັກ​ຕາ​ທີ່​ສຸດ​ແມ່ນ, ອົສຕຼາລີ​ສະ​ແດງ​ຢ່າງ​ຈະ​ແຈ້ງວ່າ ບໍ່​ຖື​ຈີນ​ເປັນ​ "​ໄພ​ຂົ່ມຂູ່" ອີກຕໍ່​ໄປ, ພ້ອມ​ກັນນັ້ນ, ຍັງກ່າວ​ວ່າ ​ສະໜັບສະໜູນ​ການ​ພັດທະນາ​ຂອງ​ຈີນ.

ປື້​ມປົກ​ຂາວສະບັບ​ໃໝ່​ນີ້​ກ່າວ​ເນັ້ນວ່າ, ​ເຖິງ​ວ່າການ​ພັດທະນາ​ຂອງ​ຈີນ​ຈະນຳ​ມາ​ການ​ແຂ່ງຂັນທີ່​ບໍ່​ສາມາດ​ຫຼີກ​ເວັ້ນ​ໄດ້ກໍ​ຕາມ, ​ແຕ່​ລັດຖະບານ​ອົສຕຼາລີ​ບໍ່​ຖື​ວ່າຈີນ​ເປັນຄູ່​ແຂ່ງຂັນ. ອົສຕຼາລີ​ສະໜັບສະໜູນ​ການ​ເຂັ້ມ​ແຂງ​ຂຶ້ນ​ໂດຍ​ສັນຕິ​ຂອງ​ຈີນ, ​ແລະຖື​ການຮັບປະກັນບໍ່​ໃຫ້ການ​ແກ່ງ​ແຍ່ງ​ດ້ານ​ຍຸດ​ທະ​ສາດພາຍ​​ໃນ​ພາກ​ພື້ນ​ກາຍ​ເປັນ​ການ​ປະທະ​ກັນນັ້ນ​ເປັນ​ເປົ້າໝາຍ​ຂອງ​ຕົນ.