ວົງ​ການ​ພາຍ​ນອກ​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ຈີນ​ຂອງ​ຜູ້ນຳ​ອິສຣາ​ແອນ​ແລະ​ປາ​ແລັສຕິນ

(GMT+08:00) 2013-05-10 18:15:10     cri
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ມາ​ມຸດ ອັບ​ບາສ ປະທານາທິບໍດີ​ປາ​ແລັສຕິນ​ແລະ​ທ່ານ​ເບັນ​ຈາ​ມິນ ​ເນທັນ​ຢາ​ຮູ ນາຍົກລັດຖະມົນຕີອິສຣາ​ແອນ​ໄດ້​ຢ້ຽມຢາມ​ຈີນ​ຕາມ​ລຳດັບ. ​ເຖິງ​ວ່າສອງ​ທ່ານ​ນີ້​ບໍ່​ໄດ້​ພົບ​ປະກັນ​ຢູ່​ຈີນ​ກໍ່ຕາມ, ​ແຕ່​ວົງ​ການ​ພາຍ​ນອກ​ລ້ວນ​ແຕ່​ເຫັນ​ວ່າ ຈີນ​ໄດ້​ສະ​ແດງທ່າ​ທີ​ຕັ້ງໜ້າ​ກວ່າ​ເກົ່າ​ໃນ​ການ​ຊຸກ​ຍູ້​ຂະບວນການ​ສັນຕິພາບ​ຕາ​ເວັນ​ອອກກາງ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮວາ​ຊຸນ​ອິງ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​​ໃນ​ວັນ​ທີ 10 ພຶດສະພາ​ນີ້​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ການ​ຕ້ອນຮັບ​ຜູ້ນຳ​ປາ​ແລັສຕິນ​ແລະ​ອິສຣາ​ແອນ​ມາ​ຢ້ຽມຢາມ​ຈີນ ​ແມ່ນ​ຈີນ​ທຳ​ຄວາມ​ພະຍາຍາມ​ຄັ້ງ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ປາ​ແລັສຕິນກັບ​ອິສຣາ​ແອນ, ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທ່າ​ທີ​ທີ່​ມີ​ລັກສະນະ​ສ້າງສັນ​ຂອງ​ຈີນ​ໃນ​ການ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ແກ້​ໄຂ​ບັນຫາ​ຈຸດ​ສຸມ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ​ເປັນ​ຕົ້ນ​ແມ່ນ​ບັນຫາ​ປ​າ​ແລັສຕິນ, ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ. ຈີນ​ຫວັງ​ວ່າ​ຄວາມ​ພະຍາຍາມ​ແນວ​ນີ້​ຈະ​ມີ​ຜົນ​ດີ​ຕໍ່ການທ້ອນ​ໂຮມ​ກຳລັງ​ຂອງ​ປະຊາ​ຄົມ​ໂລກ​ເພື່ອ​ຊຸກ​ຍູ້​ສັນຕິພາບ​ແລະ​ສ້າງ​ບັນຍາກາດ​ທີ່​ດີ​ໃຫ້​ແກ່​ການ​ເຈລະຈາ​ສັນຕິພາບ.

ທ່ານ​ນາງ​ຮວາ​ຊຸນ​ອີງ​ຍັງ​ກ່າວຕື່ມ​ອີກ​ວ່າ: ​ໃນ​ຖານະ​ເປັນສະມາຊິກ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ,ຈີນ​ຍິນ​ດີ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ປະຊາ​ຄົມ​ໂລກ, ຊຸກ​ຍູ້​ການ​​ເຈລະຈາ​ສັນຕິພາບ​ຄື​ທີ່​ປະຕິບັດຜ່ານ​ມາ, ຊຸ​ກຍູ້​ຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອກ​ກາງ. ຈີນ​ຫວັງ​ວ່າ​ປາ​ແລັສຕິນ​ແລະ​ອິສຣາ​ແອນ​ຈະ​ສາມາດ​ກຳ​ໂອກາດ​ທີ່​ດີ​ໃນ​ປະຈຸ​ບັນ, ປະສານ​ສົມທົບ​ກັບ​ຄວາມ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ​ເພື່ອ​ຊຸກ​ຍູ້​ສັນຕິພາບ, ​ໃຊ້​ມາດ​ຕະການ​ຕົວ​ຈິງ, ຈັດການ​ເຈລະຈາ​ສັນຕິພາບ​ຄືນ​ໃໝ່​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ຕົວ​ຈິງ​ໂດຍ​ໄວ.