ສປປລາວ​ໄດ້​ຮັບ​ລາງວັນ​ເປັນປະ​ເທດ​ທີ່​ໜ້າທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກສຳລັບ​ປີ2013

(GMT+08:00) 2013-05-10 10:11:15     cri

ຕາມ​ຂ່າວ​CRI: ວັນ​ທີ9ພຶດສະພາ​ນີ້,​ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ອັນ​​ໂຕນ​ ຄາຣ​າກີ, ປະທານ​ສະພາການ​ທ່ອງ​ທ່ຽວ​ແລະ​ການ​ຄ້າ​ສະຫະພາບ​ເອີ​ລົບໄດ້ມອບ​ລາງວັນ​ໃຫ້​ແກ່​ສປປລາວ, ​ເນື່ອງ​ໃນ​ໂອກາດ​ທີ່​ສປປລາວ​ໄດ້​ຮັບ​​ຄັດ​ເລືອກ​ເປັນ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸ​ດ​ໃນ​ໂລກ​​ສຳລັບປີ2013. ທ່ານ​ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ໄດ້​ຕາງໜ້າ​ລັດຖະບານ​ລາວ​ຮັບ​ລາງວັນ​ດັ່ງກ່າວ.

ທ່ານ​ອັນ​​ໂຕນ ຄາ​ຣາ​ກີ​ກ່າວ​ວ່າ, ​ເມື່ອ​ກ້າວ​ເຂົ້າສູ່​ສັດຕະວັດ​ທີ 21, ການທ່ອງທ່ຽວ​ໄດ້​ກາຍ​ເປັນ​ຂົວ​ຕໍ່​ອັນ​ສຳຄັນ​ໃຫ້​ແກ່​ມິດຕະພາບ​ແລະ​ການ​ພົວພັນ​ລະຫວ່າງ​ປະຊາ​ຊາດ​ໃນ​ໂລກ, ​ເປັນ​ຫົນທາງ​ໜຶ່ງ​ໃນ​ການ​ສົ່ງ​ເສີມ​ສັນຕິພາບ​ແລະ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ທັງ​ເປັນ​ເສັ້ນທາງ​ທີ່ຈະ​ນຳພາ​ໄປ​ສູ່​ອະນາຄົດ​ທີ່​ດີກ​ວ່າ. ທ່ານ​ອັນ​​ໂຕນ ຄາຣ​າ ກີ​ໄດ້​ສະ​ເໜີ​ເຫດຜົນ​ທີ່​ເລືອກ​ເອົາ ສປປລາວ ​​ໃຫ້​ເປັນປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ​ສຳລັບ​ປີ 2013, ​ເຊິ່ງກໍ່​ຄື: ​ໄດ້​ປົກ​ປັກ​ຮັກສາ​ມໍລະດົກ​ທາງ​ດ້ານ​ປະຫວັດສາດ​ແລະ​ວັດທະນະທຳ​ອັນ​ລ້ຳ​ຄ່າ​​ເປັນ​ຢ່າງ​ດີ; ​ໄດ້​ອະນຸລັກ​ກິດຈະກຳ​ການທ່ອງທ່ຽວ​ທາງ​ສາສະໜາ​ທີ່​ມີ​ຄຸນຄ່າ​ແລະ​ຄວາມ​ໝາຍ​ສຳຄັນ​ໃນ​ລະດັບ​ໂລກ; ​ໄດ້​ຊຸກ​ຍູ້​ແລະ​ສົ່ງ​ເສີມ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ​; ນອກຈາກ​ແຫຼ່ງທ່ອງ​ທ່ຽວ​ທີ່​ໂດດ​ເດັ່ນ​ທາງ​ດ້ານ​ປະຫວັດສາດ​ແລະ​ວັດທະນະທຳ​ແລ້ວ, ສປປລາວ​ຍັງ​ມີ​ແຫຼ່ງທ່ອງ​ທ່ຽວ​ທາງ​ດ້ານ​ທຳ​ມະ​ຊາດ​ທີ່​ງົດ​ງາມ; ​ແລະໄດ້​ສືບ​ຕໍ່​ຢ່າງ​ຕັ້ງໜ້າ​ໃນ​ການ​ພັດທະນາ​ແລະ​ປົກ​ປັກ​ຮັກສາ​ມໍລະດົກ​ທາງ​ດ້ານ​ວັດທະນະ​ທຳ​​ແລະ​ປະຫວັດສາດ​.  

​ທ່ານບໍ່​ແສງ​ຄຳ ວົງ​ດາລາກ່າວ​ວ່າ, ສປປລາວ​ຈະ​ສືບ​ຕໍ່​ພັດທະນາ​ຂະ​ແໜງ​ການທ່ອງທ່ຽວ​ໃຫ້​ດີ ​ເພື່ອ​ປະກອບສ່ວນ​ເສີມ​ສ້າງ​ແລະ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາ​ຊາດ​ໃນ​ໂລກ, ​ເພື່ອ​ພ້ອມ​ກັນ​ສົ່ງ​ເສີມ​ສັນ​ຕິ​ພາບ​ແລະ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ກັນ, ພ້ອມ​ກັນ​ກ້າວ​ເຂົ້າສູ່​ອະນາຄົດ​ອັນ​ຈະ​ເລີ​ນຮຸ່ງ​ເຮືອງ​ແຫ່ງ​ການ​ພັດທະນາພາຍ​ໃຕ້​ທ້ອງຟ້າ​ແຫ່ງ​ສັນຕິພາບ ມິດຕະພາບ ​ແລະ​ການ​ຮ່ວມ​ມື​ກັນ​ຢ່າງ​ຍືນ​ຍົງ.

ທ່ານ​ອາຊາ​ງ ລາວ​ລີ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີທັງ​ເປັນລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ, ບັນດາ​ທ່ານ​ລັດຖະມົນຕີວ່າການ, ຊ່ວຍ​ວ່າການ, ບັນດາ​ທູຕານຸທູດ​ປະຈຳ​ລາວ​ແລະ​ຜູ້ຕາງໜ້າ​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ລາວ​​ໄດ້​ເຂົ້າຮ່ວມ​ພິທີ​ມອບ​ຮັບ​ນາມມະຍົດ​ດັ່ງກ່າວ.​​ ແຕ່​ປີ2006​ເປັນຕົ້ນ​ໄປ,​ ສະພາ​ການທ່ອງທ່ຽວ​ແລະ​ການ​ຄ້າ​ສະຫະພາບ​ເອີ​ລົບ​ເລີ່ມ​ຈັດ​ກິດຈະກຳ​ປະ​ກວດ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ. ປະ​ເທດ​ທີ່​​ເຄີຍ​ໄດ້​ຮັບ​ນາມມະຍົດ​ດັ່ງກ່າວ​ມີ: ຊີ​ລີ, ຕວກກີ, ສະຫະລັດ​ອາຣັບເອມີ​ເຣດ, ສ.​ເກົາຫຼີ, ທຣີນີດັດ, ​ໂທ​ແບ​ໂກ ​ແລະ​ສປປລາວ.