ເປີດ​ບັ້ນ​ສ້າງ​ຂະ​ບວນການ​ແຂ່ງ​ຂັນ​ກິລາ​ເປ​ຕັງ​ແລະ​ກິລາ​ຕີ​ດອກ​ປີກ​ໄກ່​ຂອງ​ຊາວ​ໜຸ່ມ​ປີ2013​ເພື່ອຊິງ​ຂັນ​ທ່າ​ນ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊປປລາວ

(GMT+08:00) 2013-05-10 12:07:09     cri


ວັນ​ທີ10ພຶດສະພາ​ນີ້,​ຢູ່​ສຳນັກງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ, ນາງ​ວິລະ​ວອນ ພັນທະ​ວົງ, ຫົວໜ້າ​ກົມ​ຂະ​ບວນການ​ສູນ​ກາງ​ຊາວ​ໜຸ່ມ​​ໃຫ້​ຮູ້​ວ່າ,​​ເພື່ອ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ມິ​ຕິກ​ອງປະຊຸມ​ໃຫຍ່​ຄັ້ງ​ທີ9ຂອງ​ພັກ, ​ເນື້ອ​ໃນ​ມະຕິ 6 ຜູ້​ແທນ​ຊາວ​ໜຸ່ມ​ປະ​ເທດ​, ​​ແນໃສ່​ຍູ້​ແຮງ​ຂະ​ບວນການ​ຂອງ​ຊາວ​ໜຸ່ມ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ຄົບຮອບ 60 ປີ​ໃນ​ປີ 2015, ສົ່ງ​ເສີມ​ຄວາມ​ອາດ​ສາມາດ​ຊາວ​ໜຸ່ມ​ເຍົາວະ​ຊົນ​ນຳ​ໃຊ້​ເວລາ​ຫວ່າງ​ເປັນ​ປະ​ໂຫຍ​ດ, ຈຶ່ງ​ໄດ້​ເປີດ​ບັ້ນ​ສ້າງ​ຂະ​ບວນການ​ແຂ່ງຂັນ​ກິລາ​ເປ​ຕັງ​ແລະ​ດອກ​ປີກ​ໄກ່​ໃນ​ຖັນ​ແຖວ​ຊາວ​ໜຸ່ມ​ຂອງ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ປະຈຳ​ປີ 2013 ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ການ​ແຂ່​ງຂັນ​ເປ​ຕັງ​ຈະ​ແບ່ງ​ອອກ​ເປັນ 2 ສາຍ ຄື:ສາຍ​ຊາວ​ໜຸ່ມ​ຕ່າງ​ແຂວງ​ແລະ​ຊາວ​ໜຸ່ມ​ບັນດາ​ກະຊວງ, ອົງການ​ແລະ​ຂະ​ແໜງ​ການ​ອ້ອມ​ຂ້າງ​ສູນ​ກາງ ສປປລາວ, ​ເຊິ່ງ​ເລີ່ມການ​ແຂ່ງຂັນ​ແຕ່​ວັນ​ທີ 20 ພຶດສະພາ​ຮອດ​ວັນ​ທີ 21 ມິຖຸນາ 2013, ຈະ​ຮັບ​ສະໝັກ​ຊາວ​ໜຸ່ມ​ທີ່​ມີ​ອາຍຸ18ປີ​ຮອດ30ປີ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.​ສຳ​ລັບ​ການ​ແຂ່ງຂັນ​ດອກ​ປີກ​ໄກ່, ແມ່ນ​ຮັບ​ສະໝັກ​ແຕ່​ວັນ​ທີ 11 ພຶດສະພາ​ຮອດ​ວັນ​ທີ 21 ມິຖຸນາ 2013, ການ​ແຂ່ງຂັນ​ແມ່ນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 24 ຫາ​ວັນ​ທີ 28 ມິຖຸນາ, ສະຖານ​ທີ່​ແຂ່ງຂັນ​ຈະ​ຢູ່​ເດີ່ນ​ກິລາ​ຕີ​ດອກ​ສູນ​ກາງ​ຊປປລ.